(vovworld) – ວັນທີ 21/8, ສະພາຄວາມໝັ້ນຄົງ, ສະຫະປະຊາຊາດ ໄດ້ຮຽກໂຮມປະຊຸມລັບພາຍຫຼັງມີແຫຼ່ງຂ່າວກ່ຽວກັບການບຸກໂຈມຕີດ້ວຍອາວຸດເຄມີຢູ່ໃກ້ກັບນະຄອນຫຼວງ Damascus ຂອງ ຊີຣີ ເຊິ່ງຝ່າຍຄ້ານປະເທດນີ້ ກ່າວຫາໂດຍກອງທັບຂອງປະທານາທິບໍດີ Bashar Al – Assad ດຳເນີນ, ເຮັດໃຫ້ກ່ວາ 1.300 ເສຍຊີວິດ. ສະຫະປະຊາຊາດ ໃຫ້ຮູ້ວ່າ: ກອງປະຊຸມໄດ້ຮັບການດຳເນີນຕາມຂໍ້ສະເໜີຂອງສະມາຊິກສະພາຄວາມໝັ້ນຄົງສະຫະປະຊາຊາດບາງປະເທດຄື: ອັງກິດ, ຝຣັ່ງ, ອາເມລິກາ, ສ ເກົາຫຼີ... ໃນຂະນະທີ່ຫົວໜ້າກຸ່ມນັກກວດກາຂອງສະຫະປະຊາຊາດ ທ່ານ Ake Sellstroem ພວມດຳເນີນການປຶກສາຫາລືຄັ້ງຕ່າງໆກັບລັດຖະບານ ຊີຣີ ກ່ຽວກັບການບຸກໂຈມຕີດ້ວຍອາວຸດເຄມີນີ້, ພ້ອມທັງຕິດຕາມກວດກາສະພາບການ.
ໃນທັນທີ, ຊີຣີ ໄດ້ປະຕິເສດແຫຼ່ງຂ່າວເວົ້າວ່າ: ກອງທັບປະເທດນີ້ໄດ້ນຳໃຊ້ອາວຸດເຄມີໃນການບຸກໂຈມຕີຫວ່າງແລ້ວນີ້ ແນໃສ່ກຳລັງຝ່າຍຄ້ານຢູ່ຊານນະຄອນຫຼວງ Damascus ໄປທາງທິດຕາເວັນອອກ. ແຫຼ່ງຂ່າວແຫ່ງລັດ SANA ຂອງ ຊີຣີ ກໍ່ຊີ້ແຈ້ງບັນດາແຫຼ່ງຂ່າວດັ່ງກ່າວແມ່ນບໍ່ມີຫຼັກຖານ, ແນໃສ່ເຮັດໃຫ້ບັນດານັກກວດກາສະຫະປະຊາຊາດ ຫັນຄວາມສົນໃຈໄປທາງອື່ນ.