ພາບປະກອບ:internet
|
(vovworld)- ວັນທີ 25/6, ຊາວເຜົ່າຈຳ ຢູ່ ແຂວງ ບີ່ງທ້ວນ ເລີ່ມຕ້ອນຮັບບຸນປີໃຫມ່ ຣາມືວານ (Ramưwan). ນີ້ແມ່ນບຸນປີໃຫມ່ປະເພນີທີ່ສຳຄັນກວ່າໝູ່ ແລະ ເຂັ້ມຂົ້ນໄປດ້ວຍສີສັນສະເພາະຂອງຊາວເຜົ່າຈຳ ນີກາຍຊັນນີ ທີ່ດຳລົງຊີວິດໃນບໍລິເວນແຂວງ. ບຸນປີໃຫມ່ຣາມືວານ ແກ່ຍາວໃນເວລາເດືອນຫນຶ່ງ ດ້ວຍຫລາຍພິທີກຳ. ບຸນປີໃຫມ່ຣາມືວານແມ່ນການເຄື່ອນໄຫວທາງດ້ານວັດທະນະທຳ, ຈິດໃຈທີ່ມີມາແຕ່ດົນນານ, ເປັນມູນເຊື້ອແຫ່ງການເຫລື້ອມໃສຂອງຊາວເຜົ່າຈຳ. ນີ້ແມ່ນໂອກາດເພື່ອໃຫ້ລູກຫລານຄິດເຖິງປູ່ຍ່າຕາຍາຍ ແລະ ພາວະນາໃຫ້ບ້ານເກີດເມືອງນອນມີຄວາມສະຫງົບສຸກ, ທຸກຄົນຢູ່ເຢັນເປັນສຸກ, ລະດູການໄດ້ຮັບຜົນດີ. ເນື່ອງໃນໂອກາດນີ້, ການນຳຄະນະກຳມະການປະຊາຊົນ, ແນວໂຮມປະເທດຊາດຫວຽດນາມ ແຂວງບີງທ້ວນ ໄດ້ລົງຢື້ຢາມ, ມອບຂອງຂວັນ ແລະ ອວຍພອນບຸນປີໃຫມ່ຊາວເຜົ່າຈຳ.