ຍົກສູງການປະສິດທິຜົນການປະຕິບັດ ກົດໝາຍປະກາດໃຊ້ເອກະສານນິຕິກຳ

ຍົກສູງການປະສິດທິຜົນການປະຕິບັດ ກົດໝາຍປະກາດໃຊ້ເອກະສານນິຕິກຳ - ảnh 1
ທ່ານ​ຮອງ​ນາຍົກ​ລັດຖະມົນຕີ​ຫວຽດນາມ ຫງວຽນ​ຊວນ​ຟຸກ
ທີ່​ກອງ​ປະຊຸມ​ທົ່ວ​ປະ​ເທດ​ສະຫຼຸບ​ການ​ປະຕິບັດ​
ກົດໝາຍ​ປະກາດ​ໃຊ້​ເອກະສານ​ນິຕິ​ກຳ​


(vovworld)- ​ກະຊວງຍຸຕິທຳຫວຽດນາມຄວນສຸມໃສ່ສ້າງລະບອບບັນຍັດໃຫ້ ສົມບູນແບບຕິດ​ພັນ​ກັບ​ການ​ຍົກ​ສູງ​ປະສິດທິ​ຜົນ​ການ​ປະຕິບັດ​ລະບອບ​ເສດຖະ ກິດການ​ຕະຫຼາດ​ຕາມ​ກຳນົດ​ທິດ​ສັງຄົມ​ນິຍົມ, ຈຸມສຸມ​ແມ່ນ​ສ້າງສະພາບ​ແວດລ້ອມ​ການ​ແກ່ງ​ແຍ້​ງດຳ​ເນີນ​ທຸລະ​ກິດ, ປະຕິ​ຮູບ​ລະບຽບ​ການ​ບໍລິຫານ​ຢ່າງ​ແຂງ​ແຮງ​, ​ເສີມ​ຂະຫຍາຍ​ບົດບາດ ​ແລ​ະ ຄວາມ​ສັກສິດຂອງ​ກົດໝາຍ​ເພື່ອ​ສ້າງ​ສະຖຽນ​ລະ​ພາບ​ທາງ​ດ້ານ​ການ​ເມືອງ, ພັດທະນາ​ເສດຖະກິດ, ​ເປັນ​ເຈົ້າ​ການ​ເຊື່ອມ​ໂຍງ​ເຂົ້​າກັບ​ເສດຖະກິດ​ສາກົນ,​ຮັບປະກັນ​ສິດທິ​ມະນຸດ, ສິດ​ເສລີພາບ​, ປະຊາທິປະ​ໄຕ​ຂອງ​ປະຊາຊົນ. ນີ້​ແມ່ນ​ຄຳ​ຊີ້​ນຳ​ຂອງ​ທ່ານ​ຮອງ​ນາຍົກ​ລັດຖະມົນຕີ​ຫວຽດນາມ ຫງວຽນ​ຊວນ​ຟຸກທີ່​ກອງ​ປະຊຸມ​ທົ່ວ​ປະ​ເທດ​ສະຫຼຸບ​ການ​ປະຕິບັດ​ບັນດາ​ກົດໝາຍ​ປະກາດ​ໃຊ້​ເອກະສານ​ນິຕິ​ກຳ​ໂດຍ​ກະຊວງ​ຍຸຕິ​ທຳ​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 30/11 ຢູ່​ຮ່າ​ໂນ້ຍ. ທ່ານ​ຮອງ​ນາຍົກ​ລັດຖະມົນຕີ​ຫວຽດນາມ ຫງວຽນ​ຊວນ​ຟຸກ ຊີ້​ແຈ້ງວ່າ :

    “​ກົດໝາຍ​ປະກາດ​ໃຊ້​ເອກະສານ​ນິຕິ​ກຳ​ຕ້ອງ​ແມ່ນ​ເຄື​ອ່ງມື​ຮັບປະກັນ​ໃຫ້​ບັນດາ​ຂັ້ນ​ຕອນ​ນຳ​ສະ​ເໜີ, ສ້າງ ​ແລະ ຮັບຮອງ​ເອົາ​ນະ​ໂຍບາຍ​ຕ້ອງ​ກາຍ​ເປັນ​ຈຸດ​ໃຈກາງ​ຂອງ​ບັນດາ​ຂັ້ນ​ຕອນ​ສ້າງ​ກົດໝາຍ​ທັງ​ໝົດ, ຊຶ່ງ​ກ່ອນ​ອື່ນ​ໝົດ ​ແມ່ນ​ກົດໝາຍ, ລັດຖະບັນ​ຍັດ, ບັນດາ​ມະຕິ​ຂອງ​ລັດຖະບານ. ​ແນ​ວທາງ​ແຜນ​ນະ​ໂຍບາຍ​ຂອງ​ພັກ ​ແລະ ລັດ​ຕ້ອງ​ສ້າງ​ເປັນກົດໝາຍ​ດ້ວຍ​ການກຳ​ນົດລະອຽດ, ສາມາດ​ປະຕິບັດ​ໄດ້, ສ່ອງ​ແສງ​ເຖິງ​ການ​ດຳລົງ​ຊີວິດ”

  ສ່ວນ​ທ່ານ​ຮອງ​ລັດຖະມົນຕີກະຊວງຍຸຕິທຳຫວຽດນາມ ​ໃຫ້​ຮູ້​ວ່າ : 

“ ຮ່າງ​ກົດໝາຍ​ປະກາດ​ໃຊ້​ເອກະສານ​ນິຕິ​ກຳ​ຫາ​ກໍ​ຖືກ​ສ້າງ​ຂຶ້ນ​ໃນ​ສະພາບ​ສ້າງ​ຮ່າງ​ລັດຖະທຳ​ມະນູນ ປີ 1992 ສະ​ບັບປັບປຸງ, ​ແມ່ນ​ເງື່ອນ​ໄຂ​ສະດວກ​ໃນ​ການ​ກຳນົດ​ສິດ​ອຳນາດ​​ປະກາດ​ໃຊ້​ເອກະສານ​ນິຕິ​ກຳ​ຢ່າງ​ຈະ​ແຈ້ງ, ປ່ຽນ​ໃໝ່​ຂັ້ນ​ຕອນ​ສ້າງ​ກົດໝາຍ, ​ເພີ່​ມທະວີ​ລັກສະນະ​ເປີດ​ເຜີຍ, ກະຈ່າງ​ແຈ້ງ, ປະກອບ​ສ່ວນ​ເພີ່ມ​ທະວີ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ບັນດາ​ອົງການ​ແຫ່ງລັດ​ໃນ​ການຈັດ​ຕັ້ງ​ປະຕິບັດ​ລັດຖະທຳ​ມະນູນ, ກົດໝາຍ, ຍົກ​ສູງ​ສະຕິ​ການ​ປະຕິບັດ​ກົດໝາຍ​ໃນ​ສັງຄົມ. 

ຂ່າວ/ບົດ​ອື່ນ