ຍົກສູງປະສິດທິຜົນ ການເຄື່ອນໄຫວແຂ່ງຂັນ ຮັກຊາດຂອງຊາວຄິດ
(ພາບປະກອບ)
(vovworld) – ປີ 2013, ການເຄື່ອນໄຫວສາສະໜາຂອງຊາວຄິດນະຄອນຫຼວງ ບັນລຸປະສິດທິຜົນຢ່າງແທດຈິງ, ສະແດງໃຫ້ເຫັນນ້ຳໃຈ ”ຢູ່ໃນສິນ ກິນໃນທຳ”. 100% ຈຳນວນຄອບຄົວຖືສາສະໜາຄິດໃນນະຄອນຫຼວງຮ່າໂນ້ຍແຂ່ງຂັນກັນສູ້ຊົນ ເພື່ອບັນລຸຜົນງານຫຼາຍຢ່າງໃນການປະຕິບັດແນວທາງ, ແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດ, ສາມັກຄີ, ຊ່ວຍເຫຼືອກັນພັດທະນາເສດຖະກິດ, ຍົກສູງລະດັບຄອງຊີບ. ນີ້ແມ່ນເນື້ອໃນທີ່ລາຍງານໃນກອງປະຊຸມສະຫຼຸບຂະບວນການແຂ່ງຂັນຮັກຊາດຂອງຊາວຄິດນະຄອນຫຼວງ, ໂດຍຄະນະກຳມະການສາມັກຄີຊາວຄິດຫວຽດນາມ ນະຄອນຮ່າໂນ້ຍ ຈັດຕັ້ງໃນຕອນເຊົ້າວັນທີ 20/12, ຢູ່ຮ່າໂນ້ຍ.
ກອງປະຊຸມຢືນຢັນວ່າ, ປີ 2014, ຄະນະກຳມະການສາມັກຄີຊາວຄິດນະຄອນຮ່າໂນ້ຍ ສືບຕໍ່ເສີມຂະຫຍາຍຜົນງານຕ່າງໆທີ່ບັນລຸໄດ້, ຍູ້ແຮງວຽກງານໂຄສະນາ, ຂົນຂວາຍປະຊາຊົນຊາວຄິດນະຄອນຫຼວງ ປະຕິບັດແຜນນະໂຍບາຍ, ນະໂຍບາຍຂອງພັກ, ລັດ, ພິເສດແມ່ນລັດຖະບັນຢັດວ່າດ້ວຍການເຫຼື້ອມໃສ, ສາສະໜາ, ພ້ອມທັງຍົກສູງຄຸນນະພາບບັນດາຂະບວນການແຂ່ງຂັນຮັກຊາດ ”ຢູ່ໃນສິນ ກິນໃນທຳ” ຂອງປະຊາຊົນຊາວຄິດ.