ຍົກສູງສະຕິຮັບຮູ້ທີ່ມີຕໍ່ອະທິປະໄຕທະເລ, ໝູ່ເກາະໃຫ້ໄວໜຸ່ມ
(ພາບປະກອບ)
(vovworld) - ດ້ວຍຫົວຂ້ໍທີ່ວ່າ “ອະທິປະໄຕເຂດທະເລ, ໝູ່ເກາະຫວຽດນາມ”, ຮອບເສັງສຸດທ້າຍຂອງການເສັງ “ກະແຈຂອງພູມປັນຍາ” ເຊິ່ງດຳເນີນໄປໃນວັນທີ 03 ພະຈິກ ຢູ່ນະຄອນໂຮ່ຈິມິນ. ກຸ່ມນັກສຶກສາມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນ ໄດ້ຮັບລ້າງວັນທີ 1 ດ້ວຍບົດຂຽນທີ່ວ່າ “ສົນທິສັນຍາສະຫະປະຊາຊາດກ່ຽວກັບທະເລ”. ເພື່ອນ ຟານຢຸຕູ໋, ສະມາຊິກໃນກຸ່ມນັກສຶກສາມະຫາວິທະຍາໄລປ້ອງກັນຄວາມສະຫງົບປະຊາຊົນ, ສະແດງຄວາມເຫັນວ່າ.
“ຜ່ານການເສັງຄັ້ງນີ້ ພວກນ້ອງເຂົ້າໃຈແຈ້ງກວ່າກ່ຽວກັບຄວາມສຳຄັນຂອງອະທິປະໄຕເຂດທະເລ, ໝູ່ເກາະຂອງຫວຽດນາມ, ຊັບພະຍາກອນແຮ່ທາດ ກໍ່ຄືບັນດາບັນຫາອື່ນທີ່ກ່ຽວຂ້ອງເຖິງເຂດທະເລ, ໝູ່ເກາະສຳລັບຍຸດທະສາດພັດທະນາເສດຖະກິດສັງຄົມ, ປົກປັກຮັກສາຄວາມສະຫງົບປອດໄພຂອງຊາດ. ສຳລັບສະຕິຮັບຮູ້ຄືແນວນັ້ນ, ພວກນ້ອງຈະຍາດແຍ່ງເວລາເພື່ອຊອກຮູ້ຄວາມຮູ້ກ່ຽວກັບເຂດທະເລ, ໝູ່ເກາະ ແລ້ວກໍ່ເຜີຍແຜ່ຄືນໃຫ້ໝູ່ເພື່ອນໃນກຸ່ມຂອງຕົນ”.