ເຂື່ອນໄຟຟ້ານ້ຳຕົກແຫ່ງໜຶ່ງ
(ພາບປະກອບ
(vovworld) – ຕອນເຊົ້າວັນທີ 26/10, ກຳມາທິການວິທະຍາສາດ, ເຕັກໂນໂລຢີ ແລະ ສິ່ງແວດລ້ອມ ຂອງສະພາແຫ່ງຊາດ ໄດ້ຈັດຕັ້ງວາລະປະຊຸມຄົບຄະນະຄັ້ງທີ 7 ເພື່ອກວດກາຕີລາຄາບົດລາຍງານຂອງລັດຖະບານກ່ຽວກັບໝາກຜົນແຫ່ງການກວດກາແຜນກຳນົດ, ການລົງທຶາກໍ່ສ້າງບັນດາໂຄງການເຂື່ອນໄຟຟ້ານ້ຳຕົກ ແລະ ການຂຸດຄົ້ນບັນດາກິດຈະກຳເຂື່ອນໄຟຟ້ານຳ້ຕົກ. ຜ່ານການກວດກາມີ 424 ໂຄງການຖືກຍົກເລີກ. ກ່າວຄວາມເຫັນໄຂວາລະປະຊຸມ. ທ່ານນາງຮອງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ຢືນຢັນເຖິງຄວາມສຳຄັນຂອງການພັດທະນາພະລັງງານ, ໃນນັ້ນມີພະລັງງານໄຟຟ້ານຳ້ຕົກ; ແລະ ຮຽກຮ້ອງໃຫ້ບັນດານັກວິທະຍາສາດ, ກຳມາທິການວິທະຍາສາດ, ເຕັກໂນໂລຢີ ແລະ ສິ່ງແວດລ້ອມ ຂອງສະພາແຫ່ງຊາດ ໄຈ້ແຍກວິທະຍາສາດກ່ຽວກັບການວາງແຜນ, ກໍ່ສ້າງໂຄງການເຂື່ອນໄຟຟ້ານຳ້ຕົກ, ເພື່ອມີທິດທາງແກ້ໄຂ:
“ຫວຽດນາມມີແມ່ນ້ຳຫຼາຍລຳ, ນີ້ແມ່ນທ່າແຮງ, ແມ່ນຄວາມສາມາດບົ່ມຊ້ອນຄວນໄດ້ຮັບການຂຸດຄົ້ນ ເພື່ອຮັບໃຊ້ໃຫ້ແກ່ການພັດທະນາເສດຖະກິດສັງຄົມ. ຂ້າພະເຈົ້າເຫັນວ່າ, ສຳລັບບັນດາໂຄງການເຂື່ອນໄຟຟ້ານຳ້ຕົກທີ່ບໍ່ເໝາະສົມ ແລະ ປະຊາຊົນໄດ້ມີຄຳເຫັນ, ບັນດາຫົວໜ່ວຍຄຸ້ມຄອງຕ້ອງລາຍງານຕໍ່ຂັ້ນເທິງ, ອັນໃດບໍ່ຖືກຕ້ອງ ແມ່ນຕ້ອງອະພິປາຍ ແລະ ອັນໃດກໍ່ຄວາມເສຍຫາຍແມ່ນຕ້ອງຢຸດຕິໄວ້ ແລະ ແກ້ໄຂຜົນຮ້າຍໂດຍໄວ. ບັນຫາວາງອອກນັ້ນແມ່ນ, ໃນຕໍ່ໜ້າ ເມື່ອລົງທຶນກໍ່ສ້າງກິດຈະກຳເຂື່ອນໄຟຟ້ານຳ້ຕົກ ຕ້ອງມີການຄົ້ນຄ້ວາ, ວາງແຜນກຳນົດຢ່າງລະອຽດ ເພື່ອລາຍງານຕໍ່ລັດຖະບານ ພິຈາລະນາ“