ຍີປຸ່ນຈະເພີ່ມທະວີບົດບາດ ຢູ່ທະເລຕາເວັນອອກ

   ຍີປຸ່ນຈະເພີ່ມທະວີບົດບາດ ຢູ່ທະເລຕາເວັນອອກ - ảnh 1
ທ່ານ​ນາງລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ຊາດ​ຍີ​ປຸ່ນ ໂຕ​ໂມ​ມີ ອີ​ນາ​ດາ

(vovworld)- ຍີ​ປຸ່ນ​ຈະ​ເພີ່ມ​ທະ​ວີ​ການ​ເຄື່ອນ​ໄຫວ​ຢູ່​ທະ​ເລ​ຕາ​ເວັນ​ອ​ອກຄື​ດັ່ງ​ສ່ວນ​ໜຶ່ງ​ໃນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຮັກ​ສາ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ທາງ​ທະ​ເລ​ໂດຍ​ອີງ​ໃສ່​ກົດ​ໝາຍ. ນີ້​ແມ່ນ​ຖະ​ແຫຼງ​ການ​ຂອງ​ທ່ານ​ນາງລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ຊາດ​ຍີ​ປຸ່ນ ໂຕ​ໂມ​ມີ ອີ​ນາ​ດາ ຍົກ​ອອກ​ມາ​ໃນ​ການ​ເດີນ​ທາງ​ຢ້ຽມ​ຢາມ​ອາ​ເມ​ລິ​ກາ. ທ່ານ​ນາງລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ຊາດ​ຍີ​ປຸ່ນ ໂຕ​ໂມ​ມີ ອີ​ນາ​ດາ ໃຫ້​ຮູ້ເມື່ອ​ວັນ​ທີ 15/9 ​ວ່າ ຍີ​ປຸ່ນຈະ​ເພີ່ມ​ທະ​ວີ​ການ​ແຊກ​ແຊງ​ຢູ່ ທະ​ເລ​ຕາ​ເວັນ​ອ​ອກ ຊຶ່ງ​ລວມ​ທັງ​ການ​ສ້າງ​ຄວາມ​ສາ​ມາດ​ໃຫ້​ແກ່​ບັນ​ດາ​ປະ​ເທດ​ແຄມ​ທະ​ເລ. ຍີ​ປຸ່ນ​ຍັງຈະ​ເພີ່ມ​ທະ​ວີ​ການ​ເຄື່​ອນ​ໄຫວ​ຢູ່ ທະ​ເລ​ຕາ​ເວັນ​ອ​ອກ​ໂດຍ​ຜ່ານ​ການ​ລາດ​ຕະ​ເວນ ຝຶກ​ຊ້ອມ​ກັບ​ອາ​ເມ​ລິ​ກາ ພ້ອມ​ກັບ​ການ​ຝຶກ​ຊ້ອໃນ​ຂອບ​ເຂດ 2 ຝ່າຍ ແລະ ຫຼາຍ​ຝ່າຍ​ກັບ​ກອງ​ທັບ​ເຮືອ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ.

     ໃນ​ວັນ​ດຽວ​ກັນ, ທ່ານ​ນາງລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ຊາດ​ຍີ​ປຸ່ນ ໂຕ​ໂມ​ມີ ອີ​ນາ​ດາໄດ້​ມີ​ການ​ພົບ​ປະ​ກັບ​ຄູ່​ຕຳ​ແໜ່ງ​ຂອງ​ອາ​ເມ​ລິ​ກາ. ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ຊາດທັງ 2 ໄດ້​ຮຽກ​ຮ້ອງ​ຈີນ​ຈົ່ງ​ປະ​ຕິ​ບັດ​ຕ​າມຄຳ​ຕັດ​ສິນ​ຂອງ​ສານ​ອະ​ນຸ​ຍ​າ​ໂຕຕຸ​ລາ​ການ​ເມື່ອ​ເດືອນ 7 ທີ່​ຜ່ານ​ມາ​ຊຶ່ງກ່ຽວ​ຂ້ອງ​ເຖິງ​ກໍ​ລະ​ນີ​ຟີ​ລິບ​ປິນ​ຮ້ອງ​ຟ້ອງ​ຈີນ. 2 ຝ່າຍ​ຍັງ​ໝັ້ນ​ໝາຍ​ຮ່ວມ​ມື 2 ຝ່າຍ​ເພື່ອ​ຊຸກ​ຍູ້​ຄວ​າມ​ສາ​ມາດປະ​ຕິ​ບັດ​ກົດ​ໝາຍ​ບົນ​ທະ​ເລ​ຂອງ​ບັນ​ດາ​ປະ​ເທດ​ເກີດ​ການ​ຂັດ​ແຍ້ງ​ກັນ​ໃນ​ພາກ​ພື້ນ.


ຂ່າວ/ບົດ​ອື່ນ