ຍີ່ປຸ່ນມີຄວາມສາມາດຈະໜູນຊ່ວຍດ້ານພະລາທິການກອງທັບຕ່າງປະເທດຢູ່ຕາເວັນອອກກາງ

ຍີ່ປຸ່ນມີຄວາມສາມາດຈະໜູນຊ່ວຍດ້ານພະລາທິການກອງທັບຕ່າງປະເທດຢູ່ຕາເວັນອອກກາງ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ Shinzo Abe

(vovworld) – ​ວັນ​ທີ 1/6, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ Shinzo Abe ໃຫ້​ຮູ້​ວ່າ: ກຳ​ລັງ​ປ້ອງ​ກັນ ຍີ່​ປຸ່ນ (SDF) ອາດ​ສາ​ມາດ​ໜູນ​ຊ່ວຍ​ດ້າ​ນ​ພະ​ລາ​ທິ​ການ​ໃຫ້​ແກ່ ອາ​ເມ​ລິ​ກາ ກໍ່​ຄື​ກອງ​ທັບ​ຕ່າງ​ປະ​ເທດ​ອື່ນໆ​ຢູ່​ຕາ​ເວັນ​ອອກ​ກາງ ແລະ ມະ​ຫາ​ສະ​ໝຸດອິນ​ເດຍ ໃນ​ຂອບ​ເຂດ​ບັນ​ດາ​ໂຄ​ງ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ໃໝ່. ນີ້​ແມ່ນ​ຄັ້ງ​ທຳ​ອິດທີ່ທ່ານ Abe ໄດ້​ເຕື້ອງ​ເຖິງ​ຄວາມ​ສາ​ມາດເຂົ້າ​ຮ່ວມ​ການ​ໜູນ​ຊ່ວຍ​ດ້ານ​ພະ​ລາ​ທິ​ການ​ ຂອງ SDF ​ໃຫ້​ແກ່ກອງ​ທັບ​ຕ່າງ​ປະ​ເທດ​ທີ່ເຂົ້າ​ຮ່ວມ​ບັນ​ດາບັ້​ນ​ຮົບ​ການ​ທະ​ຫານ​ຢູ່​ບັນ​ດາ​ເຂດ​ຫ່າງ​ໄກ​ ​ຜືນ​ແຜ່ນ​ດິນ ຍີ່​ປຸ່ນ ຄື ຕາ​ເວັນ​ອອກ​ກາງ ແລະ ມະ​ຫາ​ສະ​ໝຸດອິນ​ເດຍ. ກ່າວ​ຄຳ​ເຫັນ​ຕໍ່​ສະ​ພາ​ແຫ່ງ​ຊາດ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Abe ຖະ​ແຫຼງ​​​ການໜູນ​ຊ່ວຍ​​ດ້ານພະ​ລາ​ທິ​ການ​ອາດ​ຈະ​ໄດ້​ຮັບ​ການ​ຄິດ​ໄລ່​ຊັ່ງ​ຊາເຖິງ “ໃນ​ກໍ​ລະ​ນີ​ຄວາມ​ເຄັ່ງ​ຕຶງ​ດ້ານ​ການ​ທະ​ຫານ​​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ຢ່າງ​ຮ້າຍ​ແຮງ ຫຼື ເກີດ​ການ​ປະ​ທ​ະ​ກັນ​ດ້ວຍ​​ກຳ​ລັງ​ອາ​ວຸດ​ຢູ່ ຕາ​ເວັນ​ອອກ​ກາງ ຫຼື ມະ​ຫາ​ສະ​ໝຸດອິນ​ເດຍ, ​ທີ່​ສົ່ງ​ຜົນ​ສະ​ທ້ອ​ນ​ຢ່າງ​ແຮງ​ເຖິງ​ກ່ຳ​ປັນ​ຂອງ ຍີ່​ປຸ່ນ ທີ່​ຂົນ​ສົ່ງ​ສິນ​ຄ້າ​ກັບ​ເມືອ ຍີ່​ປຸ່ນ ແລະ ເມື່ອ ອາ​ເມ​ລິ​ກາ ກໍ່​ຄື​ບັນ​ດາ​ປະ​ເທດ​​ອື່ນໆ​ຜັນ​ຂະ​ຫຍາຍ​ກຳ​ລັງ​ເພື່ອ​ຮັບ​ມື​ກັບ​ກໍ​ລະ​ນີ​ດັ່ງ​ກ່າວ.”


ຂ່າວ/ບົດ​ອື່ນ