ຍີ່ປຸ່ນມອບບັນຊີລາຍຊື່ພົນລະເມືອງຖືກລອບຈັບຕົວໃຫ້ສປປ.ເກົາຫຼີ
ຫົວໜ້າຫ້ອງວ່າການລັດຖະບານຍີ່ປຸ່ນ ທ່ານ Yoshihide Suga
(ພາບປະກອບຈາກ ອິນເຕີເນັດ)
(vovworld) – ວັນທີ 8/6, ຫົວໜ້າຫ້ອງວ່າການລັດຖະບານຍີ່ປຸ່ນ ທ່ານ Yoshihide Suga ໃຫ້ຮູ້ວ່າ: ລັດຖະບານປະເທດນີ້ໄດ້ມອບໃຫ້ ສປປ ເກົາຫຼີ ບັນຊີລາຍຊື່ພົນລະເມືອງ ຍີ່ປຸ່ນ 470 ຄົນເຊິ່ງ ໂຕກຽວຖືວ່າ: ອາດຈະຖືກ ພຽງຢາງລອບຈັບຕົວ. ນີ້ໄດ້ຮັບຖືວ່າແມ່ນບາດກ້າວຕໍ່ໄປພາຍຫຼັງຂໍ້ຕົກລົງບຸກທະລຸລະຫວ່າງ ຍີ່ປຸ່ນ ແລະ ສປປ ເກົາຫຼີ ບັນລຸໄດ້ໃນເດືອນກ່ອນກ່ຽວກັບການສືບສວນຊາຕາກຳຂອງບັນດາພົນລະເມືອງ ຍີ່ປຸ່ນ ຖືກລອບຈັບຕົວ ໃນທົດສະວັດ 70 – 80 ຂອງສະຕະວັດກ່ອນຕາມຂໍ້ຕົກລົງດັ່ງກ່າວ ພຽງຢາງ ໝັ້ນຫຼາຍຈະສືບສວນຄືນກໍ່ລະນີພົນລະເມືອງ ຍີ່ປຸ່ນ ຖືກລອບຈັບຕົວ, ສ່ວຍ ຍີ່ປຸ່ນ ຈະລົບລ້າງຄຳສັ່ງຫ້າມ ໄປ - ມາພິເສດສຳລັບພົນລະເມືອງ ສປປ. ເກົາຫຼີ ແລະ ອະນຸຍາດໃຫ້ບັນດາກຳປັ່ນຂອງ ສປປ ເກົາຫຼີ ເຂົ້າທຽບທ່າກຳປັ່ນຂອງ ຍີ່ປຸ່ນຍ້ອນຈຸດປະສົງມະນຸດສະທຳ.