ທ່ານ Hiroshi Fukada (ຊ້າຍ)
(ພາບ: http://baodautu.vn)
(vovworld)- ບ້ວງເງິນກູ້ຢືມ 25 ຕື້ເຢນ (ສະກຸນເງິນຍິ່ປຸ່ນ) ໂດຍລັດຖະບານຍີ່ປຸ່ນໜູນຊ່ວຍລັດຖະບານຫວຽດນາມ ເພື່ອແນໃສ່ຜັນຂະຫຍາຍ 2 ໂຄງການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ຮອບທີ 4 ທີ່ມີມູນຄ່າ 10 ຕື້ເຢນ ແລະ ໂຄງການໜູນຊ່ວຍການຄຸ້ມຄອງເສດຖະກິດ, ຍົກສູງຄວາມສາມາດແກ່ງແຍ້ງ 2 ທີ່ມີມູນຄ່າ 15 ຕື້ເຢນ.
ທີ່ມີພິລົງນາມໃນຕອນບ່າຍວັນທີ 5/3, ທ່ານ Hiroshi Fukada ເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳຫວຽດນາມ ຢືນຢັນວ່າ: ບັນດາມາດຕະການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ກໍ່ຄືການປະຕິຮູບກົນໄກເສດຖະກິດຜ່ານເຂດກວດກາການເງິນ ແລະ ບັນດາການກຳນົດດ້ານການເງິນ….ແມ່ນບັນດາຂອດສຳຄັນໃນການພັດທະນາຂອງຫວຽດນາມ ໃນໄລຍະຈະມາເຖິງ./.