ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ແລະ ທ່ານນາຍົກລັດຖະ
ມົນຕີ ຢູແກຼນ Arseniy Yatsenyuk
(ພາບ: AFP/TTXVN)
|
(vovworld) – ໃນການເຈລະຈາເມື່ອວັນທີ 6/6, ຢູ່ນະຄອນຫຼວງ ກີແອບ ຂອງ ຢູແກຼນ ກັບທ່ານປະທານາທິບໍດີປະເທດເຈົ້າພາບ Petro Poroshenko, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ຮຽກຮ້ອງໃຫ້ບັນດາຝ່າຍກ່ຽວຂ້ອງເຖິງການປະທະກັນຢູ່ ຢູແກຼນ ຕາເວັນອອກ ປະຕິບັດຄຳສັ່ງຢຸດຍິງ. ການນຳ ໂຕກຽວ ກໍ່ໃຫ້ຄຳໝັ້ນສັນຍາໜູນຊ່ວຍບັນດາຄວາມມານະພະຍາຍາມປະຕິຮູບ ແລະ ກໍ່ສ້າງ ກີແອບ ຄືນໃໝ່. ກ່າວຄຳເຫັນໃນການປະຊຸມຂ່າວດ່ວນພາຍຫຼັງການເຈລະຈາ, ທ່ານນາຍົກລັດຖະມົນຕີ Abe ຢັ້ງຢືນວ່າ: ຍີ່ປຸ່ນ ຈະໜູນຊ່ວຍ ຢູແກຼນ ໃນການພັດທະນາແຫຼ່ງຊັບພະຍາກອນມະນຸດເພື່ອແນໃສ່ເພີ່ມທະວີປະສິດທິຜົນໃນການຕ້ານສໍ້ລາດບັງຫຼວງ ແລະ ປະຕິບັດການປະຕິຮູບດ້ານບໍລິຫານ. ໂຕກຽວ ໃຫ້ຄຳໝັ້ນສັນຍາສະໜອງໃຫ້ ກີແອບ ບ້ວງເງິນໜູນຊ່ວຍທີ່ມີມູນຄ່າ 1,84 ຕື້ USD. ກ່ຽວຂ້ອງເຖິງວິກິດການຢູ່ ຢູແກຼນ ຕາເວັນອອກ, ທ່ານນາຍົກລັດຖະມົນຕີ Abe ຊີ້ແຈ້ງວ່າ: ຍີ່ປຸ່ນ ຍົກສູງກົດໝາຍ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດ ເອີລົບຕາເວັນອອກນີ້.