ຍີ່ປຸ່ນໜູນຊ່ວຍບັນດາປະເທດອາຊຽນນຳໃຊ້ລະບອບຄຳ້ປະກັນສິນເຊື່ອ
(ພາບປະກອບ)
(vovworld) – ກະຊວງເສດຖະກິດ, ການຄ້າ ແລະ ອຸດສາຫະກຳຍີ່ປຸ່ນ ຈະໜູນຊ່ວຍບັນດາປະເທດອາຊຽນ ເພື່ອກໍ່ສ້າງ ແລະ ນຳໃຊ້ລະບອບຄ້ຳປະກັນສິນເຊືຶ່ອ. ນີ້ແມ່ນຄວາມມານະພະຍາຍາມເພື່ອສ້າງຄວາມສະດວກໃນການລະດົມທຶນໃຫ້ບັນດາວິສາຫະກິດທີ່ລົງທຶນເຂົ້າພາກພື້ນອາຊີຕາເວັນອອກສ່ຽງໃຕ້ ພາຍຫຼັງສັນຍາຄູ່ຮ່ວມມືຂ້າມປາຊີຟິກ (TPP) ເລີ່ມມີຜົນສັກສິດ. ໃນໄລຍະເບື້ອງຕົ້ນ, ຍີ່ປຸ່ນ ຈະຈັດສົ່ງນັກຊ່ຽວຊານເຖິງບັນດາປະເທດອາຊຽນ ເພື່ອໜູນຊ່ວຍກໍ່ສ້າງຖານຂໍ້ມູນດ້ານການເງິນຂອງບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ. ຈຸດໝາຍຂອງຍີ່ປຸ່ນ ແມ່ນໃນໄລຍະ 2 – 3 ປີຈະມາເຖິງຈະສ້າງລະບອບຄ້ຳປະກັນສິນເຊື່ອຢູ່ອາຊຽນ ໃຫ້ສົມບູນແບບ, ເຊິ່ງບັນດາວິສາຫະກິດຂອງຍີ່ປຸ່ນ ອາດສາມາດນຳໃຊ້ໄດ້.
ອາຊຽນແມ່ນພາກພື້ນເສດຖະກິດມີການພັດທະນາຢ່າງຂະຫຍັນຂັນເຄື່ອນ ແລະ ແຂງແຮງ, ສະນັ້ນກໍ່ແມ່ນສະຖານທີ່ເຊິ່ງບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍຂອງຍີ່ປຸ່ນ ຄັດເລືອກ ເພື່ອຍູ້ແຮງການລົງທຶນອອກສູ່ຕ່າງປະເທດ.