ຍີ່ປຸ່ນ, ອາຊຽນ ເພີ່ມທະວີການຮ່ວມມື ປ້ອງກັນຄວາມສະຫງົບ ຢູ່ພາກພື້ນ
ຍີ່ປຸ່ນ, ອາຊຽນ ເພີ່ມທະວີການຮ່ວມມືປ້ອງກັນຄວາມສະຫງົບຢູ່ພາກພື້ນ
(ພາບປະກອບ: baotintuc.vn)
(vovworld) – ທີ່ກອງປະຊຸມຂັ້ນສູງປ້ອງກັນຄວາມສະຫງົບຢູ່ພາກພື້ນລະຫວ່າງຍີ່ປຸ່ນ - ອາຊຽນ, ເຊິ່ງຈະດຳເນີນໃນອາທິດຈະມາເຖິງ ຢູ່ນະຄອນຫຼວງ Naypyitaw, ປະເທດມຽນມາ, ຍີ່ປຸນ ແລະ ອາຊຽນ ຈະເຫັນດີເພີ່ມທະວີການຮ່ວມມືເພື່ອແນໃສ່ສ້າງ “ສະພາບແວດລ້ອມທີ່ໝັ້ນຄົງ ແລະ ສັນຕິພາບກວ່າ” ໃນພາກພື້ນ. ເນື້ອໃນຮ່າງຖະແຫຼງການຮ່ວມ ຄາດວ່າຈະໄດ້ປະກາດທີ່ກອງປະຊຸມດັ່ງກ່າວ ຢືນຢັນຄືນໃໝ່ຫຼັກໝັ້ນລວມຂອງຍີ່ປຸ່ນ ແລະ ອາຊຽນ ຕໍ່ໜ້າບັນດາສິ່ງທ້າທາຍໃນພາກພື້ນ ກໍ່ຄືທົ່ວໂລກ, ໃນນັ້ນມີບັນຫາປ້ອງກັນຄວາມສະຫງົບບົນທະເລ. ບັນດາການນຳອາຊຽນ ແລະ ຍີ່ປຸ່ນ ຈະແບ່ງປັນທັດສະນະຮ່ວມ, ເຊິ່ງຕາມນັ້ນແລ້ວ, ຢືນຢັນບັນດາການຂັດແຍ້ງບົນທະເລ ຕ້ອງໄດ້ຮັບການແກ້ໄຂໂດຍສັນຕິ, ບໍ່ນຳໃຊ້ອາວຸດ ແລະ ບັນດາຝ່າຍຕ້ອງລະງັບໃຈ, ພ້ອມທັງຫີຼິກລ້ຽງບັນດາການກະທຳເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ. ພ້ອມກັນນັ້ນ, ຖະແຫຼງການຮ່ວມຍັງໄດ້ເຕື້ອງເຖິງເລື່ອງການນຳຍີ່ປຸ່ນ ແລະ ອາຊຽນ ເຫັນດີຊຸກຍູ້ການຮ່ວມມືໃນບັນດາຂົງເຂດຮັບມືກັບໄພພິບັດ, ຮັບມືຕໍ່ບັນດາກໍ່ລະນີທີ່ຮີບດ່ວນຢ່າງໄວ, ໜູນຊ່ວຍມະນຸດສະທຳ ກໍ່ຄືບັນຫາຄວາມປອດໄພດ້ານພະລັງງານ.