ຍ້ອງຍໍຊົມເຊີຍບັນດາຂໍ້ລິເລີ່ມ ແລະ ກິດຈະກໍາດີເດັ່ນ “ປັນຍາຊົນໜຸຸ່ມ ເພື່ອການສຶກສາ”

(VOVWORLD) -    ຕອນຄໍ່າວັນທີ 9 ພະຈິກ, ຢູ່ຮ່າໂນ້ຍ, ສູນກາງຊາວໜຸ່ມຄອມມູນິດໂຮ່ຈີມິນ, ກະຊວງສຶກສາ ແລະ ບໍາລຸງສ້າງ ຫວຽດນາມ ໄດ້ສົມທົບກັບຫົວໜ່ວຍກ່ຽວຂ້ອງ ຈັດຕັ້ງພິທີສະຫຼຸບ ແລະ ມອບລາງວັນລາຍການເສັງດ້ວຍຫົວຂໍ້ “ປັນຍາຊົນໜຸ່ມ ເພື່ອການສຶກສາ” ປີ 2019.
ຍ້ອງຍໍຊົມເຊີຍບັນດາຂໍ້ລິເລີ່ມ ແລະ ກິດຈະກໍາດີເດັ່ນ “ປັນຍາຊົນໜຸຸ່ມ ເພື່ອການສຶກສາ” - ảnh 1ຍ້ອງຍໍຊົມເຊີຍບັນດາຂໍ້ລິເລີ່ມ ແລະ ກິດຈະກໍາດີເດັ່ນ “ປັນຍາຊົນໜຸຸ່ມ ເພື່ອການສຶກສາ” (ພາບ: ຄະນະຈັດຕັ້ງ)

ກ່າວຄໍາເຫັນທີ່ພິທີ, ທ່ານເລຂາສູນກາງຊາວໜຸ່ມ ຄອມມູນິດ ໂຮ່ຈີມິນ ບຸ່ຍກວາງຮຸຍ ເນັ້ນໜັກວ່າ: “ປັນຍາຊົນໜຸ່ມ ເພື່ອການສຶກສາ” ແມ່ນລາຍການໄດ້ຜັນຂະຫຍາຍໃນໄລຍະ 2016 – 2020 ເພື່ອແນໃສ່ໃຫ້ກໍາລັງໃຈ, ສົ່ງເສີມຊາວໜຸ່ມ, ສະມາຊິກຊາວໜຸ່ມ, ພິເສດແມ່ນປັນຍາຊົນໜຸ່ມ ທີ່ມີອາຍຸຕໍ່າກວ່າ 35 ປີ ໄດ້ມີການປະກອບສ່ວນເຂົ້າໃນພາລະກິດແຫ່ງການປ່ຽນແປງໃໝ່ການສຶກສາ ແລະ ບໍາລຸງສ້າງ ຜ່ານກິດຈະກໍາ, ຂໍ້ລິເລີ່ມ ໃນ 3 ເນື້ອໃນຄື: ປ່ຽນແປງໃໝ່ແບບວິທີການສິດສອນປະດິດກິດສ້າງ ແລະ ມີປະສິດທິຜົນ; ຫົວຄິດປະດິດສ້າງ, ປະດິດແຕ່ງ ບັນດາອຸປະກອນເພື່ອຮັບໃຊ້ການສິດສອນ ແລະ ຮໍ່່າຮຽນ; ຄົ້ນຄວ້າບັນດາກິດຈະກໍາຄົ້ນຄວ້າໃນຂົງເຂດວິທະຍາສາດສຶກສາ.

        ໂດຍຖືກດໍາເນີນໃນລະຫວ່າງວັນທີ 2 ພຶດສະພາ ຫາ 8 ພະຈິກ, ລາຍການເສັງ “ປັນຍາຊົນໜຸ່ມເພື່ອການສຶກສາ” ປີ 2020 ໄດ້ມີ 539 ກິດຈະກໍາ ແລະ ຂໍ້ລິເລີ່ມ ໃນທົ່ວປະເທດເຂົ້າຮ່ວມ. ຜ່ານການຄັດເລືອກ ແລະ ພິຈາລະນາເປັນຫຼາຍຮອບ, ຄະນະກໍາມະການ ກໍເລືອກໄດ້ 13 ກິດຈະກໍາ ແລະ ຂໍ້ລິເລີ່ມທີ່ດີເດັ່ນທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ