ຍ້ອງຍໍຕຳຫຼວດຍິງທີ່ດີເດັ່ນໃນທົ່ວປະເທດ142ຄົນ
ພົບປະແລກປ່ຽນຕຳຫຼວດຍິງທີ່ດີເດັ່ນ
(ພາບ: sggp.org.vn)
(vovworld) – ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນມູນເຊື້ອຕຳຫຼວດປະຊາຊົນ (19/8/1945-19/8/2015), 10 ປີແຫ່ງວັນທົ່ວປວງຊົນປົກປັກຮັກສາຄວາມສະຫງົບປອດໄພແຫ່ງຊາດ, ວັນທີ 7/7, ຢູ່ນະຄອນ ດ່າລາດ, ແຂວງ ເລີມດົ່ງ, ກົມໃຫຍ່ຕຳຫຼວດ (ກະຊວງຕຳຫຼວດຫວຽດນາມ) ໄດ້ຈັດຕັ້ງພິທີຍ້ອງຍໍຕຳຫຼວດຍິງທີ່ດີເດັ່ນໃນທົ່ວປະເທດ 142 ຄົນ. ກ່າວຄຳເຫັນນະທີ່ນີ້, ພົນໂທ ເລກຸ໋ຍເວືອງ, ລັດຖະມົນຕີຊ່ວຍວ່າການກະຊວງຕຳຫຼວດຫວຽດນາມ ຕີລາສູງການປະກອບສ່ວນອັນໃຫຍ່ຫຼວງຂອງກຳລັງຕຳຫຼວດຍິງປະຊາຊົນ, ເຖິງວ່າຢູ່ໃນຖານະຕຳແໜ່ງໃດກໍຕາມເຂົາເຈົ້າກໍ່ລ້ວນແຕ່ເສີມຂະຫຍາຍບົດບາດຂອງຕົນເປັນຢ່າງດີ, ຍາມໃດກໍຂະຫຍັນຂັນເຄື່ອນ, ມີຫົວຄິດປະດິດສ້າງໃນວຽກງານ; ມີລະດັບຄວາມຮູ້ທິດສະດີດ້ານການເມືອງ, ກົດໝາຍ, ວິຊາການນັບມື້ນັບໄດ້ຮັບການຍົກສູງ. ພິທີຍ້ອງຍໍກໍແມ່ນໂອກາດ ເພື່ອໃຫ້ບັນດາຕຳຫຼວດຍິງທີ່ດີເດັ່ນພົບປະແລກປ່ຽນ, ແບ່ງປັນບົດຮຽນໃນວຽກງານ ແລະ ຊີວິດ. ປະຈຸບັນ, ທົ່ວປະເທດມີຕຳຫຼວດຍິງປະຊາຊົນ 20.000 ຄົນທີ່ພວມປະຕິບັດໜ້າທີ່ ແລະ ສູ້ຮົບໃນບັນດາຂົງເຂດ, ວິຊາການຕ່າງໆ.