ຍ້ອງຍໍໄວໜຸ່ມນະຄອນຫຼວງທີ່ດີິເດັ່ນ10ຄົນປີ 2015
(ພາບປະກອບ)
(vovworld) – ຄະນະຊາວໜຸ່ມຮ່າໂນ້ຍ ໃຫ້ຮູ້ວ່າ, ຫາກໍຕົກລົງມອບລາງວັນໄວໜຸ່ມດີິເດັ່ນນະຄອນຫຼວງປີ 2015 ໃຫ້ສະມາຊິກຊາວໜຸ່ມ, ຊາວໜຸ່ມເຍົາວະຊົນ 10 ຄົນ. ນີ້ແມ່ນບັນດາຜູ້ທີ່ມີຜົນງານດີິເດັ່ນໃນ 6 ຂົງເຂດຄື: ການຮ່ຳຮຽນ, ຄົ້ນຄວ້າວິທະຍາສາດ; ການອອກແຮງງານຢ່າງມີຫົວຄິດປະດິດສ້າງ - ພັດທະນາເສດຖະກິດ; ວັດທະນະທຳ - ສິລະປະ; ການປ້ອງກັນຄວາມສະຫງົບ, ການເມືອງ, ຄວາມເປັນລະບຽບຮຽບຮ້ອຍຄວາມປອດໄພທາງສັງຄົມ; ກະລາ - ກາຍຍະກຳ ແລະ ຂົງເຂດອາສາສະໝັກເພື່ອຊີວິດປະຊາຄົມ. ລາງວັນ “ໄວໜຸ່ມນະຄອນຫຼວງທີ່ດີເດັ່ນ” ແມ່ນເພື່ອແນໃສ່ປຸກລະດົມກຳລັງໃຈ, ເຊີດຊູບັນດາແບບຢ່າງຊາວໜຸ່ມ, ໄວໜຸ່ມເຍົາວະຊົນດີເດັ່ນໃນບັນດາຂົງເຂດສ້າງສາ ແລະ ປົກປັກຮັກສານະຄອນຫຼວງ ແລະ ປະເທດຊາດ.