ຍອດຊັບສິນຂອງບັນດາອົງການສິນເຊື່ອເພີ່ມຂຶ້ນ 12,2%
(ພາບປະກອບ)
(vovworld) – ຕາມຕົວເລກສະຖິຕິທີ່ທະນາຄານແຫ່ງລັດຫວຽດນາມ ຫາກໍ່ປະກາດ, ໄລ່ຮອດທ້າຍປີ 2014, ຍອດຊັບສິນຂອງທັງລະບົບບັນດາອົງການສິນເຊື່ອບັນລຸ 6.514.900 ຕື້ດົງ, ເພີ່ມຂຶ້ນ 12,2% ເມື່ອທຽບໃສ່ທ້າຍປີ 2013. ໃນນັ້ນ, ນຳໜ້າກ່ຽວກັບມູນຄ່າຊັບສິນແມ່ນກຸ່ມທະນາຄານການຄ້າແຫ່ງລັດ ດ້ວຍ 2.876.174 ຕື້ດົງ, ເພີ່ມຂຶ້ນ 14,82% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2013. ໃນປີ 2014, ທຶນສ່ວນຕົວຂອງລະບົບບັນດາອົງການສິນເຊື່ອ ກໍ່ເພີ່ມຂຶ້ນ 4,36%, ຍອດຈຳນວນທຶນຂອງທັງລະບົບບັນລຸ 435.649 ຕື້ດົງ. ບັນດາໝາກຜົນປະເອີບໃຈທີ່ບັນລຸໄດ້ແມ່ນຍ້ອນການກະທົບຈາກການສ້າງໂຄງປະກອບອົງການສິນເຊື່ອຄືນໃໝ່ໃນ 3 ປີຜ່ານມາ. ປີ 2015, ທະນາຄານແຫ່ງລັດ ຈະສືບຕໍ່ສ້າງໂຄງປະກອບທະນາຄານຄືນໃໝ່ຢ່າງຄົບຊຸດ.