(vovworld) - ຕອນເຊົ້າວັນທີ 15/11, ກ່າວຄຳເຫັນທີ່ການຕ້ອນຮັບທ່ານ ສາດສະດາຈານ Roger Myerson (ມະຫາວິທະຍາໄລ ຈີກາໂກ - ອາເມລິກາ), ຜູ້ທີ່ຍາດໄດ້ລາງວັນ Nobel ເສດຖະກິດປີ 2007, ທີ່ພວມຢູ່ຢ້ຽມຢາມຫວຽດນາມ, ທ່ານນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ປາດຖະໜາວ່າ ສາດສະດາຈານ ຈະມີບັນດາການປະກອບສ່ວນຢ່າງແທ້ຈິງແນໃສ່ຊຸກຍູ້ການຮ່ວມມືລະຫວ່າງບັນດາມະຫາວິທະຍາໄລຂອງອາເມລິກາ ກັບບັນດາມະຫາວິທະຍາໄລຂອງຫວຽດນາມ. ທ່ານນາຍົກລັດຖະມົນຕີ Nguyen Tan Dung ເນັ້ນໜັກວ່າ, ຫວຽດນາມ ຖືການສຶກສາ - ບຳລຸງສ້າງແມ່ນບັນດານະໂຍບາຍອັນດັບໜຶ່ງ ເພາະສະນັ້ນຫວຽດນາມ ມີແຜນນະໂຍບາຍເພີ່ມທະວີການຮ່ວມມືກັບບັນດາພື້ນຖານການສຶກສາ, ບັນດາມະຫາວິທະຍາໄລທີ່ກ້າວໜ້າໃນໂລກ, ຊົມເຊີຍບັນດານັກວິທະຍາສາດມາຢ້ຽມຢາມ ແລະ ແລກປ່ຽນຖ່າຍທອດບົດຮຽນຢູ່ຫວຽດນາມ.