ເຂດອຸດສາຫະກຳຢູ່ດົ່ງນາຍ
(ພາບ:khudothimoi.com)
(vovworld)- ໄລ່ຮອດທ້າຍເດືອນ 7/2013, ຍອດຈຳນວນເງິນລົງທຶນໂດຍກົງຂອງຕ່າງປະເທດ (FDI) ຊື່ງດົ່ງນາຍ ດຶງດູດມາໄດ້ແມ່ນເກືອບ 710 ລ້ານ USD. ການສະຖະຕິໃຫ້ເຫັນວ່າມີ 42 ໂຄງການໄດ້ສະໜອງໃຫ່ມດ້ວຍຍອດຈຳນວນທຶນຈົດທະບຽນແມ່ນກ່ວາ 340 ລ້ານ USD ແລະ 39 ໂຄງການເພີ່ມທຶນຕື່ມອີກດ້ວຍຍອດຈຳນວນທຶນເພີ່ມແມ່ນເກືອບ 370 ລ້ານ USD. ຕາມຄະນະຄຸ້ມຄອງບັນດາເຂດອຸດສາຫະກຳຢູ່ 31 ເຂດອຸດສາຫະກຳໃນແຂວງ, ມີ 39 ປະເທດ ແລະ ເຂດແຄ້ວນໄດ້ລົງທຶນເຂົ້າດົ່ງນາຍ. ນັບແຕ່ດົ່ງນາຍ ເປີດປະຕູດຶງດູດເງິນລົງທຶນຂອງຕ່າງປະເທດມາຮອດປະຈຸບັນ, ມີກ່ວາ 70 ໂຄງການມີເງິນລົງທຶນຂອງຕ່າງປະເທດຖືກຢຸດຕິການເຄື່ອນໄຫວດ້ວຍຍອດຈຳນວນເງິນລົງທຶນຈົດທະບຽນກ່ວາ 250 ລ້ານ USD, ກວມເກືອບ 7% ຈຳນວນໂຄງການໄດ້ຈົດທະບຽນ. ຕາມການຕີລາຄາແລ້ວ, ຈຳນວນທຶນຂອງບັນດາໂຄງການຖືກຢຸດຕິການເຄື່ອນໄຫວນີ້ ກວມອັດຕາສ່ວນໜ້ອຍພໍສົມຄວນ ເມື່ອທຽບໃສ່ຍອດຈະນວນເງິນລົງທຶນຈົດທະບຽນທີ່ຍັງມີຜົນສັກສິດໃນປະຈຸບັນຂອງກຸ່ມວິສາຫະກິດ FDI ໃນບໍລິເວນແຂວງດົ່ງນາຍ.