ຕີລາຄາກາງສະໄໝແຜນການສັງລວມຂອງປະຊາຄົມວັດທະນະທຳ - ສັງຄົມ ຢູ່ ຫວຽດນາມ

ຕີລາຄາກາງສະໄໝແຜນການສັງລວມຂອງປະຊາຄົມວັດທະນະທຳ - ສັງຄົມ ຢູ່ ຫວຽດນາມ - ảnh 1
ກອງ​ປະຊຸມ​ລະຫວ່າງ​ຂະ​ແໜງ​ຂັ້ນ​ລັດຖະມົນຕີ​ເພື່ອ​​ແນ​ໃສ່​ຕີ​ລາຄາ​ກາງ​ສະ​ໄໝ​ໝາ​ຜົນ​ແຫ່ງ​ການ​ປະຕິບັດ​​ແຜນການ​ສັງ​ລວມຂອງ​ປະຊາ​ຄົມ​ວັດທະນະທຳ - ສັງຄົມ ຢູ່ ຫວຽດນາມ
(ພາບ: Quý Trung/TTXVN)

(vovworld) - ວັນ​ທີ 27/8, ຢູ່​ຮ່າ​ໂນ້ຍ ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ລະຫວ່າງ​ຂະ​ແໜງ​ຂັ້ນ​ລັດຖະມົນຕີ​ເພື່ອ​​ແນ​ໃສ່​ຕີ​ລາຄາ​ກາງ​ສະ​ໄໝ​ໝາ​ຜົນ​ແຫ່ງ​ການ​ປະຕິບັດ​​ແຜນການ​ສັງ​ລວມຂອງ​ປະຊາ​ຄົມ​ວັດທະນະທຳ - ສັງຄົມ ຢູ່ ຫວຽດນາມ. ​ແຜນການ​ສັງ​ລວມຂອງ​ປະຊາ​ຄົມວັດທະນະທຳ - ສັງຄົມ ​ຖືກ​ກາ​ນນຳ​ບັນດາ​ປະ​ເທດ ອາ​ຊຽນ ຮັບຮອງ​ເອົາ​ທີ່​ກອງ​ປະຊຸມ​ຂັ້ນ​ສູງ ອາ​ຊຽນ ຄັ້ງ​ທີ 14 ຊຶ່ງ​ໄດ້​ຮັບ​ການ​ຈັດ​ຕັ້ງ​ຢູ່ ​ໄທ ​ເມື່ອ​ວັນ​ທີ 1/3/2009. ທີ່​ກອງ​ປະຊຸມ, ຜູ້​ຕາງໜ້າ​ບັນດາ​ກະຊວງ, ຂະ​ແໜງ​ການ​ແບ່ງປັນ​ໝາກຜົນ​ທີ່​ບັນລຸ​ໄດ້​ໃນ​ການ​ປະຕິບັດ​ແຜນການ​ສັງ​ລວມຂອງ​ປະຊາ​ຄົມວັດທະນະທຳ - ສັງຄົມ ອາ​ຊຽນ ຢູ່ ຫວຽດນາມ, ຍົກ​ອອກ​ມາ​ບັນດາ​ຂໍ້​ສະ​ເໜີ, ມາດ​ຕະການ​ເພື່ອ​ຊຸກຍູ້​ການ​ປະຕິບັດ​ບັນດາ​ການ​ເຄື່ອນ​ໄຫວ, ​ເພີ່ມ​ທະວີ​ກົນ​ໄກ​ປະສານ​ງານ​ມຸ້ງ​ໄປ​ເຖິງ​ການ​ສ້າງ​ສຳ​ເລັດ​​ແຜນການ​ສັງ​ລວມຢູ່ ຫວຽດນາມ ກໍ່​ຄື​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ..​.​ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່າ​ນນາງ​ລັດຖະມົນຕີ​ກະ​ຊວງ​ແຮງ​ງານ ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ຫວຽດນາມ ຟ້າ​ມທິຫາຍ​​ຈວຽນ ​ເນັ້ນ​ໜັກ​ວ່າ:

    “ພວກ​ເຮົາ​ເຫັນ​ວ່າ​, ບັນດາ​ຂໍ້​ສະ​ເໜີ​ເຊິ່ງກຸ່ມ​ທີ່​ປຶກສາ​ສະ​ເໜີ​ ເໝາະ​ສົມ​ກັບ​ວິວັດ​ທະ​ນາ​ການ. ພວກ​​ເຮົາ​ຕ້ອງ​ສືບ​ຕໍ່​ຜັນ​ຂະຫຍາຍ, ປະຕິບັດ​ແຜນການ​ສັງ​ລວມວັດທະນະທຳ​ - ສັງຄົມ ອາ​ຊຽນ ຢູ່ ຫວຽດນາມ. ບົນ​ພື້ນຖານ​ນັ້ນ, ສະມາ​ຊິກ​ໃນ​ປະຊາ​ຄົມວັດທະນະທຳ ສັງຄົມຢູ່ ຫວຽດນາມ ​ແຕ່ລະຄົນ​ ຈະ​ປະຕິບັດ​ບັນດາ​ລາຍການ, ຈຸດໝາຍ​ຂອງ​ຕົນ, ມຸ່ງ​ໄປ​ເຖິງ​ການ​ປະຕິບັດ​ປະຊາ​ຄົມ​ວັດທະນະທຳ ສັງຄົມ ອາຊຽນ ​​ໃຫ້ເປັນ​ຢ່າງ​ດີ ແລະ ຮອດ​ປີ 2015 ພວກ​ເຮົາ​ຈະ​ເຊື່ອມ​ໂຍງ​ໄດ້”

 

 

ຂ່າວ/ບົດ​ອື່ນ