(vovworld) - ວັນທີ 30/05, ຢູ່ຮ່າໂນ້ຍ, ກົມສົ່ງເສີມການຄ້າ (ກະຊວງອຸດສາຫະກຳການຄ້າ) ໄດ້ຈັດກອງປະຊຸມສຳມະນາ “ຕະຫຼາດອາຟລິກາລາຕີນ - ກາລະໂອກາດໃຫ້ແກ່ວິສາຫະກິດຫວຽດນາມ” ເພື່ອແນໃສ່ສະໜອງຂໍ້ມູນ ກໍຄືໜູນຊ່ວຍບັນດາວິສາຫະກິດກຳໄດ້ກາລະໂອກາດ, ເປີດກວ້າງການດຳເນີນທຸລະກິດຢູ່ຕະຫຼາດທີ່ມີຄວາມສາມາດບົມຊ້ອນນີ້. ຕາມກົມສົ່ງເສີມການຄ້າແລ້ວ, ຫວຽດນາມ ມີການພົວພັນດ້ານການຄ້າກັບ 33 ປະເທດ ແລະ ເຂດແຄ້ວນໃນເຂດອາຟລິກາລາຕີນ. ປະຈຸບັນ ອາຟລິກາລາຕີນ ພວມແມ່ນແຫ່ຼງສະໜອງບັນດາຜະລິດຕະພັນສຳຄັນໃຫ້ຕະຫຼາດໂລກຄື: ນ້ຳຕານ, ຢຸກຢາ, ນ້ຳມັນດິບ, ກາກາວ, ກາເຟ... ຄຽງຂ້າງນັ້ນ, ນີ້ກໍແມ່ນຕະຫຼາດທີ່ມີຄວາມຕ້ອງການຢ່າງໃຫຍ່ຫຼວງກ່ຽວກັບອຸປະກອນ, ເຄື່ອງຈັກ, ພາຫະນະຂົງສົ່ງ... ເພາະສະເນັ້ນ, ອາຟລິກາລາຕີນມີຄວາມສາມາດບົມຊ້ອນຢ່າງໃຫຍ່ຫຼວງ ເພື່ອໃຫ້ບັນດາວິສາຫະກິດຫວຽດນາມ ເປີດກວ້າງການລົງທຶນດຳເນີນທຸລະກິດ. ແຕ່ຕາມການຕີລາຄາທີ່ກອງປະຊຸມສຳມະນາ, ຄຽງຂ້າງບັນດາຄວາມສະດວກ, ຍັງມີຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງສຳລັບວິສາຫະກິດ ເມື່ອແຊກຊືມເຂົ້າໃນຕະຫຼາດໃໝ່ນີ້. ໜຶ່ງໃນບັນດາບັນຫາທີ່ພົບເຫັນນັ້ນແມ່ນ ຄວາມຫ່າງໄກທາງພູມສາດ, ສິ່ງດັ່ງກ່າວເຮັດໃຫ້ລາຄາຂົນສົ່ງເພີ່ມຂຶ້ນ, ຄວາມສາມາດແກ່ງແຍ້ງຂອງສິນຄ້າຖືກຫລຸດລົງ. ສະນັ້ນ, ກ່ອນທີ່ລົງທຶນ, ບັນດາວິສາຫະກິດຕ້ອງຊອກຮູ້ໃຫ້ແຈ້ງກ່ຽວກັບຕະຫຼາດ, ກົນໄກນະໂຍບາຍ ກໍຄືບັນດາບັນຫາສັງຄົມ.