ທູດພິເສດຂອງ ສະຫະປະຊາຊາດ ແລະ ສະຫະພັນ ອາຣັບ ໄປຍັງ ຊີຣີ
ທ່ານ Kofi Annan
(ພາບ: ສຳນັກຂ່າວສານຫວຽດນາມ)
(vovworld) – ວັນທີ 28/5, ທູດພິເສດລວມກ່ຽວກັບ ຊີຣີ ຂອງສະຫະປະຊາຊາດ ແລະ ສະຫະພັນ ອາຣັບ ທ່ານ Kofi Annan ໄດ້ໄປຍັງນະຄອນຫຼວງ ດາມາດ ເພື່ອປຶກສາຫາລື ກັບທ່ານປະທານາທິບໍດີ Bashar Al Assad ກ່ຽວກັບມາດຕະການໃຫ້ແກ່ ຊີຣີ ໃນປະຈຸບັນ. ໂຄສົກຂອງທ່ານ Annan ໃຫ້ຮູ້ວ່າ: ທ່ານ Annan ກໍຈະພົບປະກັບບັນດາຜູ້ຕາງໜ້າຝ່າຍຄ້ານ ແລະ ສັງຄົມພົນລະເຮືອນ ຢູ່ປະເທດນີ້, ເພື່ອແນໃສ່ເກ້ຍກ່ອມບັນດາຝ່າຍກັບຄືນສູ່ການໂອ້ລົມສົນທະນາ ແລະ ເຈລະຈາ.ນອກຈາກນັ້ນ, ທ່ານ Annan ຈະຕີລາຄາເລື່ອງປະຕິບັດການຕິດຕາມກວດກາສັນຕິພາບ ຢູ່ຊີຣີ ຂອງຄະນະຜູ້ສັງເກດການສະຫະປະຊາຊາດ ໂດຍນາຍພົນ Robert Mood ເປັນຜູ້ບັນຊາ.
ແລະ ກໍໃນວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດ ອັງກິດ William Hague, ປະຈຸບັນພວມຢູ່ຢ້ຽມຢາມ ລັດເຊຍ ໄດ້ມີການປຶກສາຫາລືກັບລັດຖະມົນຕີການຕ່າງປະເທດປະເທດເຈົ້າພາບ ທ່ານ Sergei Lavrov ກ່ຽວກັບສະພາບການຢູ່ ຊີຣີ. ກ່າວຄຳເຫັນທີ່ການປະຊຸມຂ່າວຮ່ວມຢູ່ນະຄອນຫຼວງ ມົດສະກູ, ທ່ານລັດຖະມົນຕີການຕ່າງປະເທດ William Hague ຮຽກຮ້ອງໃຫ້ ລັດເຊຍ ກໍຄວາມກົດດັນບັງຄັບລັດຖະບານ ຊີຣີ ຢຸດຕິທຸກໆການເຄື່ອນໄຫວໃຊ້ຄວາມຮຸນແຮງ ແລະ ປະຕິບັດແຜນການສັນຕິພາບໂດຍ ທູດພິເສດຂອງສະຫະປະຊາຊາດ ແລະ ສະຫະພັນ ອາຣັບ ທ່ານ Annan ຍົກອອກມາ. ສ່ວນທ່ານ ລັດຖະມົນຕີການຕ່າງປະເທດ ລັດເຊຍ Lavrov ໄດ້ຢ້ຳຄືນຫຼັກໝັ້ນຂອງລັດເຊຍທີ່ວ່າ: ສະຫະປະຊາຊາດ ຄວນສືບສວນເຫດການເຂັ່ນຂ້າທີ່ຜ່ານມາຢູ່ ຊີຣີ ໂດຍໄວ, ພ້ອມທັງເນັ້ນໜັກວ່າ: ທັງລັດຖະບານ ແລະ ຝ່າຍຄ້ານຢູ່ປະເທດນີ້ ຕ້ອງຮັບຜິດຊອບກ່ຽວກັບສະພາບການໃຊ້ຄວາມຮຸນແຮງຄືປະຈຸບັນ.