ທົ່ວປວງຊົນເອົາໃຈໃສ່ເບິ່ງແຍງດູແລຜູ້ອາຍຸສູງ

(VOVWORLD) -  ຕອນເຊົ້າວັນທີ 16 ຕຸລາ, ທີ່ຮ່າໂນ້ຍ, ສະມາຄົມຜູ້ອາຍຸສູງ ຫວຽດນາມ ໄດ້ຈັດຕັ້ງລາຍການຕອບສະໜອງ “ເດືອນເຄື່ອນໄຫວເພື່ອຜູ້ອາຍຸສູງ ຫວຽດນາມ ປີ 2020”. 
ທົ່ວປວງຊົນເອົາໃຈໃສ່ເບິ່ງແຍງດູແລຜູ້ອາຍຸສູງ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ (ພາບ: VGP)

  ກ່າວຄຳເຫັນທີ່ລາຍການ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ, ປະທານຄະນະກຳມະການແຫ່ງຊາດກ່ຽວກັບຜູ້ອາຍຸສູງ ຫວຽດນາມ ຢືນຢັນວ່າ ຜູ້ອາຍຸສູງຢູ່ ຫວຽດນາມ ບໍ່ພຽງແຕ່ຮັກສາບົດບາດເປັນແບບຢ່າງທີ່ໃສແຈ້ງເທົ່ານັ້ນ ຫາກຍັງໄດ້ປະກອບສ່ວນກຳລັງເຫື່ອແຮງເຂົ້າທຸກດ້ານຂອງຊີວິດສັງຄົມ. ນີ້ແມ່ນສິ່ງລ້ຳຄ່າຂອງປະເທດຊາດ. ເລື່ອງເບິ່ງແຍງດູແລ ແລະ ເສີມຂະຫຍາຍບົດບາດຂອງຜູ້ອາຍຸສູງນັ້ນ ທຸກຂັ້ນ, ທຸກຂະແໜງການຄວນສືບຕໍ່ຜັນຂະຫຍາຍ ເພື່ອໃຫ້ຜູ້ອາຍຸສູງມີສຸຂະພາບແຂງແຮງ, ດຳລົງຊີວິດໃຫ້ເປັນປະໂຫຍດຕໍ່ສັງຄົມ.

        ປີນີ້ແມ່ນປີທີ 6 ທີ່ຫວຽດນາມ ປະຕິບັດຂໍ້ຕົກລົງຂອງນາຍົກລັດຖະມົນຕີກ່ຽວກັບ “ເດືອນເຄື່ອນໄຫວເພື່ອຜູ້ອາຍຸສູງ” ດ້ວຍຫົວຂໍ້ວ່າ “ເບິ່ງແຍງດູແລ ແລະ ເສີມຂະຫຍາຍບົດບາດຂອງຜູ້ອາຍຸສູງ”. ນັບແຕ່ປີ 2015 ມາຮອດປີ 2019, ສະມາຄົມທຸກຂັ້ນຂົນຂວາຍການປະກອບສ່ວນໄດ້ກ່ວາ 840 ຕື້ດົ່ງ ເພື່ອໜູນຊ່ວຍໃຫ້ຜູ້ອາຍຸສູງທີ່ປະສົບກັບຄວາມຫຍຸ້ງຍາກ.

ຕອບກັບ

ຂ່າວ/ບົດ​ອື່ນ