(ພາບປະກອບ)
(vovworld) – ທ່ອງທ່ຽວມີຄວາມຮັບຜິດຊອບ ແລະ ມໍລະດົກວັດທະນະທຳ ແມ່ນຫົວຂໍ້ຂອງກອງປະຊຸມສຳມະນາ ໂດຍກົມໃຫຍ່ທ່ອງທ່ຽວ ສົມທົບກັບຮ່າງລາຍການພັດທະນາກຳລັງຄວາມສາມາດດ້ານການທ່ອງທ່ຽວທີ່ມີຄວາມຮັບຜິດຊອບຕໍ່ສິ່ງແວດລ້ອມ ແລະ ສັງຄົມ ໂດຍສະຫະພາບເອີລົບ ອຸປະຖຳ (ESRT), ຖືກດຳເນີນໄປໃນຕອນບ່າຍວັນທີ 03/04, ຢູ່ຮ່າໂນ້ຍ. ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນລ້ວນແຕ່ຢືນຢັນບົດບາດສຳຄັນຂອງມໍລະດົກວັດທະນະທຳໃນການຊຸກຍູ້ພັດທະນາການທ່ອງທ່ຽວ, ສ້າງຜົນປະໂຫຍດຫຼາຍຢ່າງໃຫ້ແກ່ສັງຄົມ. ບັນດາຜູ້ແທນກໍ່ສະເໜີມາດຕະການແກ້ໄຂຕ່າງໆເພື່ອພັດທະນາດ້ານການທ່ອງທ່ຽວຕິດພັນກັບການອະນຸລັກຮັກສາມໍລະດົກຄື: ການສົມທົບລະຫວ່າງພາກລັດ - ເອກະຊົນ - ປະຊາຄົມ; ການປັບປຸງກຳລັງຄວາມສາມາດໃນການຄຸ້ມຄອງເພື່ອວາງແຜນກຳນົດ ແລະ ຄຸ້ມຄອງຈຳນວນນັກທ່ອງທ່ຽວຢ່າງມີປະສິດທິຜົນ ກໍ່ຄືຜົນກະທົບທີ່ກ່ຽວຂ້ອງຢູ່ບັນດາສະຖານທີ່ມໍລະດົກ; ເພີ່ມທະວີນະໂຍບາຍໜູນຊ່ວຍໃຫ້ວຽກງານອະນຸລັກຮັກສາບັນດາແຫຼ່ງກຳລັງວັດທະນະທຳ ແລະ ສິ່ງແວດລ້ອມ ເຂົ້າໃນນະໂຍບານ ແລະ ວາງແຜນທ່ອງທ່ຽວ, ຊຸກຍູ້ການຮ່ວມມືຢ່າງແຮງກວ່າລະຫວ່າງບັນດາອົງການຮັບຜິດຊອບການອະນຸລັກຮັກສາມໍລະດົກວັດທະນະທຳ ແລະ ສົ່ງເສີມການທ່ອງທ່ຽວ.