ທະນາຄານນະໂຍບາຍສັງຄົມຈ່າຍເງິນເດືອນໃຫ້ຜູ້ອອກແຮງງານ, ຟື້ນຟູການຜະລິດ

(VOVWORLD) -ພາຍຫຼັງຜັນຂະຫຍາຍມາເປັນເວລາກວ່າ 1 ເດືອນ, ຍອດຈຳນວນເງິນໄລ່ຮອດວັນທີ 12 ສິງຫາ, ທະນາຄານນະໂຍບາຍສັງຄົມໄດ້ຈ່າຍເງິນເດືອນຢຸດງານ,ຈ່າຍເງິນເດືອນຟື້ນຟູການຜະລິດໃຫ້ແກ່ຜູ້ອອກແຮງງານແມ່ນ 145 ຕື້ດົ່ງ.
ທະນາຄານນະໂຍບາຍສັງຄົມຈ່າຍເງິນເດືອນໃຫ້ຜູ້ອອກແຮງງານ, ຟື້ນຟູການຜະລິດ - ảnh 1ທະນາຄານນະໂຍບາຍສັງຄົມຫວຽດນາມ ສືບຕໍ່ໜູນຊ່ວຍຜູ້ນຳໃຊ້ແຮງງານກູ້ຢືມທຶນ
(ພາບປະກອບ: nhandan.vn)

ເພື່ອປະຕິບັດບາງນະໂຍບາຍໜູນຊ່ວຍຜູ້ອອກແຮງງານ ແລະ ຜູ້ນຳໃຊ້ແຮງງານທີ່ປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ-19 ຕາມມະຕິຂອງລັດຖະບານ, ທະນາຄານນະໂຍບາຍສັງຄົມຫວຽດນາມ ແລະ ບັນດາສາຂາຢູ່ທ້ອງຖິ່ນຕ່າງໆ ໄດ້ຜັນຂະຫຍາຍໃຫ້ວິສາຫະກິດສຳຜັດກັບແຫຼ່ງທຶນກູ້ຢືມ ເພື່ອຈ່າຍເງິນເດືອນໃຫ້ແກ່ຜູ້ອອກແຮງງານຢຸດງານ, ຜ່ານຜ່າຄວາມຫຍຸ້ງຍາກໂດຍຊົ່ວຄາວ ຍ້ອນຖືກຜົນກະທົບຈາກໂລກລະບາດໂຄວິດ-19. ພາຍຫຼັງຜັນຂະຫຍາຍມາເປັນເວລາກວ່າ 1 ເດືອນ, ຍອດຈຳນວນເງິນໄລ່ຮອດວັນທີ 12 ສິງຫາ, ທະນາຄານນະໂຍບາຍສັງຄົມໄດ້ຈ່າຍເງິນເດືອນຢຸດງານ,ຈ່າຍເງິນເດືອນຟື້ນຟູການຜະລິດໃຫ້ແກ່ຜູ້ອອກແຮງງານແມ່ນ 145 ຕື້ດົ່ງ. ເພື່ອສືບຕໍ່ສ້າງເງື່ອນໄຂໃຫ້ແກ່ຜູ້ນຳໃຊ້ແຮງງານກູ້ຢືມທຶນໃນໄລຍະຈະມາເຖິງ, ທ່ານ ຮີ່ນວັນທ້ວນ, ຮອງຜູ້ວ່າການທະນາຄານນະໂຍບາຍສັງຄົມຫວຽດນາມ, ໃຫ້ຮູ້ວ່າ:

        “ທະນາຄານນະໂຍບາຍສັງຄົມຫວຽດນາມ ສືບຕໍ່ສົມທົບຢ່າງແໜ້ນແຟ້ນກັບບັນດາກະຊວງ, ຂະແໜງການ ຍູ້ແຮງການໂຄສະນາມະຕິຂອງລັດຖະບານ ແລະ ຂໍ້ຕົກລົງຂອງນາຍົກລັດຖະມົນຕີ ກ່ຽວກັບການໜູນຊ່ວຍຜູ້ນຳໃຊ້ແຮງງານ ກູ້ຢືມທຶນເພື່ອຈ່າຍເງິນເດືອນຜູ້ອອກແຮງງານຢຸດງານ, ຈ່າຍເງິນເດືອນຟື້ນຟູການຜະລິດ. ສ້າງຕັ້ງໜ່ວຍປະຕິບັດງານເພື່ອໜູນຊ່ວຍທ້ອງຖິ່ນແກ້ໄຂບັນດາຄວາມຫຍຸ້ງຍາກເຊິ່ງວິສາຫະກິດ, ຜູ້ນຳໃຊ້ແຮງງານໄດ້ແຈ້ງທາງປະຕູຖານຂໍ້ມູນບໍລິຫານແຫ່ງຊາດ ແລະ ໂທລະສັບສາຍດ່ວນ”.

ຕອບກັບ

ຂ່າວ/ບົດ​ອື່ນ