ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກຕ້ອນຮັບຮອງປະທານ WB
ທ່ານນາງ Victoria Kwakwa
ພາບ:baodansinh
|
(vovworld)- ວັນທີ 25/6, ຄະນະອຳນວຍການບໍລິຫານທະນາຄານໂລກ ໄດ້ໃຫ້ສັດຕະຍາບັນບ້ວງກູ້ຢືມ 90 ລ້ານ USD ໃຫ້ແກ່ລັດຖະບານ ຫວຽດນາມ ແນໃສ່ປະຕິຮູບນະໂຍບາຍຫນູນຊ່ວຍຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ການເຕີບໂຕຂຽວ ສອດຄອ່ງກັບແຜນການດຳເນີນງານກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຂອງທະນາຄານໂລກ. ບ້ວງເງິນດັ່ງກ່າວຈະນຳໃຊ້ໃຫ້ແກ່ວຽກງານປະຕິບັດບັນດານະໂຍບາຍເພີ່ມທະວີການວາງແຜນກຳນົດ ແລະ ການຄຸ້ມຄອງສັງລວມຢູ່ເຂດແຄມທະເລ, ບັນດາບ້ວງເງິນລົງທຶນໃນຂົງເຂດຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລ ະການເຕີບໂຕຂຽວ, ຮັກສາຊັບພະຍາກອນນ້ຳ ແລະ ເພີ່ມທະວີການປະຢັດໃນການນຳໃຊ້ນ້ຳ, ປູກປ່າຢູ່ເຂດແຄມທະເລ. ນອກນັ້ນ ກໍໄດ້ນຳໃຊ້ເພື່ອຫນູນຊ່ວຍບັນດານະໂຍບາຍພັດທະນາຄົມມະນາຄົມ ແລະ ຜະລິດອຸດສາຫະກຳ, ປະຢັດພະລັງງານ ແລະ ນຳໃຊ້ພະລັງງານຜະລິດຄືນໃຫມ່ ເພື່ອຫລຸດຜ່ອນອາຍແກສເຮືອນແກ້ວ.