ທະຫານກວ່າ 2.200 ຄົນເຂົ້າຮ່ວມການຊ້ອມຮົບທະຫານເຮືອຄັ້ງໃຫຍ່ສຸດຂອງ NATO

(VOVWORLD) - Sea Shied 24 ໄດ້ສຸມໃສ່ຝຶກອົບຮົມທຸກໆແງ່ມູມຂອງບັນດາການເຄື່ອນໄຫວດ້ານການທະຫານເພື່ອແນໃສ່ຍົກສູງ ຄວາມສາມາດຮ່ວມມືສູ້ຮົບລະຫວ່າງບັນດາຝ່າຍ.

ວັນທີ 8 ເມສາ, ການຊ້ອມຮົບທະຫານເຮືອນາໆຊາດຄັ້ງໃຫຍ່ສຸດຂອງອົງການ ສົນທິສັນຍາອັດລັງຕິກເໜືອ (NATO) ມີຊື່ວ່າ Sea Shied 24, ໄຂຂຶ້ນຢູ່ທ່າກ່ຳປັ່ນ Costanta ຂອງ Romania ດ້ວຍການເຂົ້າຮ່ວມຂອງທະຫານ 2.200 ຄົນ ແລະ ກ່ຳປັ່ນ, ເຮືອບິນ ແລະ ຍານພາຫະນະ 135 ລຳຈາກບັນດາປະເທດສຳພັນທະມິດ ແລະ ປະເທດຄູ່ຮ່ວມມື. ທະຫານມາຈາກ 13 ປະເທດລວມມີ: ບຸນກາຣີ, ຝລັ່ງ, ຈໍເຈຍ, ເກັຼກ, ອີຕາລີ, ອັງກິດ, ໂມນດາວີ, ໂຮນລັງ, ໂປໂລຍ, ປອກຕຸຍການ, ຕວກກີ, ອາເມລິກາ ແລະ ຣູມານີ ເຂົ້າຮ່ວມການຊ້ອມຮົບດັ່ງກ່າວ.

        Sea Shied 24 ໄດ້ສຸມໃສ່ຝຶກອົບຮົມທຸກໆແງ່ມູມຂອງບັນດາການເຄື່ອນໄຫວດ້ານການທະຫານເພື່ອແນໃສ່ຍົກສູງ ຄວາມສາມາດຮ່ວມມືສູ້ຮົບລະຫວ່າງບັນດາຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ