(vovworld) - ຕອນເຊົ້າວັນທີ 13/07, ຢູ່ເມືອງ ໂພອຽນ, ແຂວງ ທ້າຍງວຽນ, ກະຊວງຄົມມະນະຄົມຂົນສົ່ງ, ຄະນະກຳມະການປະຊາຊົນແຂວງທ້າຍງວຽນ ໄດ້ຈັດພິທີຕັດແຖບຜ້າ, ນຳທາງຫຼວງເລກ 3 ຕອນຜ່ານແຂວງທ້າຍງວຽນ ເຂົ້າໃຊ້ການ. ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ຮີນງງອກເຊີນ, ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ແລະ ການນຳບັນດາກະຊວງ, ຂະແໜງການທ້ອງຖິ່ນຕ່າງໆເຂົ້າຮ່ວມພິທີ. ໂຄງການກໍ່ສ້າງທາງຫຼວງເລກ 3 ໃໝ່, ຕອນ ຮ່າໂນ້ຍ - ທ້າຍງວຽນ ມີລວງຍາວ 63,8 ກມ, ຜ່ານ 3 ແຂວງ ແລະ ນະຄອນຄື: ຮ່າໂນ້ຍ, ບັກນິງ ແລະ ທ້າຍງວຽນ ດ້ວຍຍອດຈຳນວນເງິນລົງທຶນໃຫ້ແກ່ໂຄງການກວ່າ 10.000 ຕື້ດົງ. ໃນນັ້ນ, ທຶນກູ້ຢືມ ODA ຂອງຍີ່ປຸ່ນ ແມ່ນ 6.664 ຕຶ້ດົງ ແລະ ທຶນສົມທົບຂອງຫວຽດນາມ ກວ່າ 3.340 ຕຶ້ດົງ. ນີ້ແມ່ນເສັ້ນທາງດ່ວນທີ່ນຳໃຊ້ທຶນ ODA ຂອງລັດຖະບານຍີ່ປຸ່ນ ທຳອິດ ໄດ້ຮັບການສ້າງສຳເລັດ ແລະ ນຳເຂົ້າຂຸດຄົ້ນຢູ່ຫວຽດນາມ.