ທ່ານນາງປະທານສະພາແຫ່ງຊາດຫງວຽນທິກີມເງິນຢ້ຽມຢາມແລະເຮັດວຽກຢູ່ນະຄອນKarlovyVary
ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນ KarlovyVary
|
(vovworld)- ໃນຂອບເຂດການຢ້ຽມຢາມ ສເຊັກໂກຢ່າງເປັນທາງການ, ວັນທີ 13/4, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນ KarlovyVary. ເມື່ອເຮັດວຽກກັບທ່ານ Petr Kulhanek, ເຈົ້າຄອງນະຄອນ KarlovyVary, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ປາດຖະຫນາວ່າ ອຳນາດການປົກຄອງນະຄອນ ມີຄວາມເອົາໃຈໃສ່ເຖິງການຊຸກຍູ້, ສົ່ງເສີມບັນດາວິສາຫະກິດ, ປະຊາຊົນທ້ອງຖິ່ນ ເພີ່ມທະວີການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນກໍຄືການຮ່ວມມືດ້ານວັດທະນະທຳ, ການທ່ອງທ່ຽວ ກັບບັນດາທ້ອງຖິ່ນຂອງຫວຽດນາມ. ຄຽງຄູ່ກັນນັ້ນ, ສືບຕໍ່ສ້າງເງື່ອນໄຂເພື່ອໃຫ້ປະຊາຄົມຊາວຫວຽດນາມ ອາໄສຢູ່ KarlovyVary ເສີມຂະຫຍາຍບົດບາດເປັນຂົວຕໍ່, ເພີ່ມທະວີການພົວພັນຮ່ວມມືລະຫວ່າງນະຄອນກັບບັນດາທ້ອງຖິ່ນຂອງຫວຽດນາມເວົ້າສະເພາະ ແລະ ລະຫວ່າງສອງປະເທດ ເວົ້າລວມ.