(VOVWORLD) - ຕອນເຊົ້າວັນທີ 25 ຕຸລາ, ຢູ່ຮ່າໂນ້ຍ ໄດ້ດຳເນີນພິທີຍ້ອງຍໍຊົມເຊີຍຫຼານຄຳຮູ້ຂອງລຸງໂຮ່ ຂອບເຂດທົ່ວປະເທດ ຄັ້ງທີ 9 ດ້ວຍຫົວຂໍ້ “ດອກໄມ້ທີ່ຫອມຫວນຖະຫວາຍແດ່ລຸງໂຮ່”, ໂດຍມີການເຂົ້າຮ່ວມຂອງຜູ້ແທນ 344 ຄົນ ເຊິ່ງແມ່ນສະມາຊິກເຍົາວະຊົນ, ອະນຸຊົນ ທີ່ມີຜົນງານດີເດັ່ນໃນຂອບເຂດທົ່ວປະເທດ.
ພິທີຍ້ອງຍໍຊົມເຊີຍຫຼານຄຳຮູ້ຂອງລຸງໂຮ່ ຂອບເຂດທົ່ວປະເທດ ຄັ້ງທີ 9 ດ້ວຍຫົວຂໍ້ “ດອກໄມ້ທີ່ຫອມຫວນຖະຫວາຍແດ່ລຸງໂຮ່” |
ກ່າວຄຳເຫັນທີ່ພິທີ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ສະແດງຄວາມປາດຖະໜາວ່າ ເຍົາວະຊົນ, ອະນຸຊົນໃນທົ່ວປະເທດມີຄວາມເອກອ້າງທະນົງໃຈ ແລະ ສືບຕໍ່ບາດກ້າວເດີນຂອງລຸ້ນພໍ່ລຸ້ນອ້າຍ, ເສີມຂະຫຍາຍມູນເຊື້ອອັນດີງາມຂອງຊາດຫວຽດນາມ, ຕັ້ງໜ້າປະຕິບັດຕາມ ຄຳສັ່ງສອນ 5 ຂໍ້ ຂອງລຸງໂຮ່, ມານະພະຍາຍາມ, ຝຶກຝົນຫຼໍ່ຫຼອມ, ມີບັນດາຄຸນສົມບັດ ເປັນຕົ້ນແມ່ນ ດຸໝັ້ນຂະຫຍັນພຽນ, ມີຫົວຄິດປະດິດສ້າງ, ສາມັກຄີ; ຫ້າວຫັນເຂົ້າຮ່ວມບັນດາຂະບວນການຂອງອົງການເຍົາວະຊົນ ແລະ ບັນດາກິດຈະກຳສັງຄົມທີ່ສອດຄ່ອງກັບໄວອາຍຸ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ສະເໜີວ່າ ໃນໄລຍະຈະມາເຖິງ, ຄະນະພັກທຸກຂັ້ນ, ອຳນາດການປົກຄອງ, ບັນດາຄະນະ, ຂະແໜງການ, ອົງການຈັດຕັ້ງ ແລະ ທົ່ວສັງຄົມ ຈົ່ງເອົາໃຈໃສ່ເຖິງວຽກງານປົກປ້ອງ, ເບິ່ງແຍງດູແລ, ສັ່ງສອນເຍົາວະຊົນ, ອະນຸຊົນ ຫຼາຍກວ່າອີກ ໂດຍສະເພາະແມ່ນສຳລັບພວກຫຼານເຍົາວະຊົນທີ່ປະສົບກັບຄວາມຫຍຸ້ງຍາກ, ຢູ່ເຂດຫ່າງໄກສອກຫຼີກ, ເຂດປະສົບກັບຄວາມຫຍຸ້ງຍາກເປັນພິເສດ, ເຂດທີ່ຖືກຜົນກະທົບຈາກໄພທຳມະຊາດເປັນປະຈຳ.
ເນື່ອງໃນໂອກາດນີ້, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ກໍໄດ້ມອບໃບຍ້ອງຍໍຂອງຄະນະບໍລິຫານງານສູນກາງ ຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ໃຫ້ແກ່ພວກຫຼານອະນຸຊົນທີ່ດີເດັ່ນ.