ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ພົບປະກັບທ່ານນາຍົກລັດຖະມົນຕີ ຝລັ່ງ Édouard Philippe

(VOVWORLD) -  ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຖືວ່າ ສອງປະເທດມີການພົວພັນທາງດ້ານການເມືອງອັນດີງາມ
ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ພົບປະກັບທ່ານນາຍົກລັດຖະມົນຕີ ຝລັ່ງ Édouard Philippe - ảnh 1ທ່ານ Édouard Philippe  ແລະ ທ່ານນາງ ຫງວຽນທິກິມເງິນ

ຕອນຄ່ຳວັນທີ 2 ພະຈິກ, ທີ່ສຳນັກງານສະພາແຫ່ງຊາດ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ພົບປະກັບທ່ານນາຍົກລັດຖະມົນຕີ ສ. ຝລັ່ງ Édouard Philippe. ທີ່ການພົບປະ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຖືວ່າ ສອງປະເທດມີການພົວພັນທາງດ້ານການເມືອງອັນດີງາມ, ໃນນັ້ນມີການຮ່ວມມືເສດຖະກິດຍາມໃດກໍ່ແມ່ນເສົາຄ້ຳບຸລິມະສິດໃນການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ສອງປະເທດ. ໃນໄລຍະຈະມາເຖິງ, ສອງຝ່າຍຄວນຊຸກຍູ້ການຮ່ວມມືພັດທະນາເສດຖະກິດ, ການຄ້າ, ການລົງທຶນ, ວິທະຍາສາດ, ການສຶກສາ…

ເນັ້ນໜັກການເຂົ້າຮ່ວມຂອງຄະນະຜູ້ແທນຂັ້ນສູງ ສ. ຝລັ່ງ ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນຄັ້ງນີ້ມີບັນດາລັດຖະມົນຕີ, ສະມາຊິກສະພາສູງ, ສະພາຊິກສະພາຕ່ຳ, ທ່ານນາຍົກລັດຖະມົນຕີ ສ. ຝລັ່ງ Édouard Philippe ໃຫ້ຮູ້ວ່າ: ການຢ້ຽມຢາມສະແດງໃຫ້ເຫັນການພົວພັນສະໜິດຕິດພັນລະຫວ່າງສອງຊາດ, ສອງປະເທດ; ພ້ອມນັ້ນ, ສະມາຊິກຂອງຄະນະແຕ່ລະຄົນນັ້ນລ້ວນແຕ່ນຳມາໃຫ້ ຫວຽດນາມ ຄວາມມຸ່ງມາດປາດຖະໜາຢາກຊຸກຍູ້, ຜັນຂະຫຍາຍການພົວພັນສະໜິດຕິດພັນນັ້ນກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ