ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ພົບປະກັບນັກທຸລະກິດໜຸ່ມ

(VOVWORLD) - ສະພາແຫ່ງຊາດກໍ່ໄດ້ປະກາດໃຊ້ຫຼາຍນະໂຍບາຍ, ກົດໝາຍເພື່ອແນໃສ່ສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດ...
ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ພົບປະກັບນັກທຸລະກິດໜຸ່ມ - ảnh 1 ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ທີ່ການພົບປະ

ຕອນບ່າຍວັນທີ 23 ທັນວາ, ຢູ່ຮ່າໂນ້ຍ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ພົບປະກັບບັນດານັກທຸລະກິດໜຸ່ມເນື່ອງໃນໂອກາດສະເຫຼີມສະຫຼອງ 25 ປີແຫ່ງຂະບວນການນັກທຸລະກິດໜຸ່ມ ຫວຽດນາມ.

        ທີ່ການພົບປະ, ບັນດາຜູ້ຕາງໜ້ານັກທຸລະກິດໜຸ່ມໄດ້ຕີລາຄາສູງເລື່ອງ ໃນໄລຍະຜ່ານມາ, ພັກ, ລັດ ໄດ້ມີຫຼາຍແຜນນະໂຍບາຍເພື່ອແນໃສ່ຊຸກຍູ້ການພັດທະນາຂອງວິສາຫະກິດເອກະຊົນ, ໃນນັ້ນມີວິສາຫະກິດໜຸ່ມ. ສະພາແຫ່ງຊາດກໍ່ໄດ້ປະກາດໃຊ້ຫຼາຍນະໂຍບາຍ, ກົດໝາຍເພື່ອແນໃສ່ສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດ.

        ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຖືວ່າ ປະເທດຊາດບັນລຸໄດ້ຜົນງານຄືໃນທຸກວັນນີ້ແມ່ນມີບົດບາດຂອງບັນດາວິສາຫະກິດ, ພິເສດແມ່ນບັນດານັກທຸລະກິດໜຸ່ມ ແລະ ຂະບວນການວິສາຫະກິດໜຸ່ມເລີ່ມຕົ້ນທຸລະກິດ. ທ່ານນາງກ່າວວ່າ:

        “ຫວ່າງແລ້ວນີ້, ພວກເຮົາໄດ້ເຂົ້າຮ່ວມສັນຍາການຄ້າເສລີ ສອງຝ່າຍ, ຫຼາຍຝ່າຍໃໝ່ຫຼາຍສະບັບ. ສະພາແຫ່ງຊາດໄດ້ໃຫ້ສັດຕະຍາບັນສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ທີ່ກອງປະຊຸມສະໄໝສາມັນເທື່ອທີ 6, ສິ່ງດັ່ງກ່າວໄດ້ເປີດກາລະໂອກາດໃໝ່ຫຼາຍຢ່າງໃຫ້ແກ່ບັນດາວິສາຫະກິດຂອງພວກເຮົາ, ແຕ່ພ້ອມນັ້ນ ກໍ່ນຳມາເຊິ່ງສິ່ງທ້າທາຍບໍ່ແມ່ນໜ້ອຍ. ຂ້າພະເຈົ້າຫວັງວ່າ, ບັນດາວິສາຫະກິດໜຸ່ມຈະຄົ້ນຄ້ວາຜົນກະທົບ, ຄວາມຕັ້ງໜ້າແມ່ນແນວໃດ ເພື່ອໃຫ້ພວກເຮົາສຸມໃສ່ຂຸດຄົ້ນ.”

ຕອບກັບ

ຂ່າວ/ບົດ​ອື່ນ