ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງ ຕ້ອນຮັບຄະນະຜູ້ແທນແຂວງເທື່ອທຽນເຫວ້

(VOVWORLD) -ຕອນບ່າຍວັນທີ 23 ກໍລະກົດ, ຢູ່ທໍານຽບປະທານປະເທດ, ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອກທິ້ງ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນທີ່ມີອິດທິພົນໃນວົງຄະນະຍາດ ບັນດາເຜົ່າແຂວງ ເທື່ອທຽນ-ເຫວ້.

ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງ ຕ້ອນຮັບຄະນະຜູ້ແທນແຂວງເທື່ອທຽນເຫວ້ - ảnh 1 ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອກທິ້ງກ່າວຄໍາເຫັນທີ່ການຕ້ອນຮັບ 

(ພາບ: Van Diep/TTXVN)

ນະທີ່ນີ້, ທ່ານນາງຮອງປະທານປະເທດ ສະເໜີໃຫ້ແຂວງເທື່ອທຽນ-ເຫວ້ ສືບຕໍ່ເອົາໃຈໃສ່ເຖິງຜູ້ມີຄຸນງາມຄວາມດີ, ຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ, ທະຫານເຈັບປ່ວຍ... ໃຫ້ຫຼາຍກວ່າອີກ. ພ້ອມທັງເອົາໃຈໃສ່່ເປັນພິເສດເຖິງວຽກງານລົບລ້າງຄວາມອຶດຫິວ ແລະ ຫຼຸດຜ່ອນຄວາມທຸກຍາກ ຢູ່ບັນດາເມືອງເຂດພູດອຍ ແລະ ທ້ອງຖິ່ນທີ່ມີວົງຄະນະຍາດບັນດາຊົນເຜົ່າສ່ວນໜ້ອຍດໍາລົງຊີວິດ.

        ທ່ານນາງຮອງປະທານປະເທດຫວັງວ່າ ບັນດາເຈົ້າກົກເຈົ້າເຫຼົ່າ, ນາຍບ້ານ, ຜູ້ມີອິດທິພົນ ໃນວົງຄະນະຍາດບັນດາຊົນເຜົ່າສ່ວນໜ້ອຍຂອງແຂວງເທື່ອທຽນ-ເຫວ້ ສືບຕໍ່ເສີມຂະຫຍາຍບົດບາດ, ລະດົມປະຊາຊົນຕັ້ງໜ້າເຂົ້າຮ່ວມທໍາການຜະລິດ, ດໍາເນີນທຸລະກິດ, ມຸ່ງໄປເຖິງການລົບລ້າງຄວາມທຸກຍາກຢ່າງໝັ້ນຄົງ; ສາມັກຄີ, ຊ່ວຍເຫຼືອເຊິ່ງກັນແລະກັນ, ປະກອບສ່ວນເຂົ້າໃນຜົນງານພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນກໍຄືຂອງ ປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ