ພາບປະກອບ: internet
|
(vovworld) - ວັນທີ 15/9, ກອງທຶນປົກປ້ອງເດັກນ້ອຍ ຫວຽດນາມ ໄດ້ຈັດຕັ້ງໂຄງການມອບທຶນສຶກສາໃຫ້ແກ່ເດັກນ້ອຍປະສົບກັບຄວາມຫຍຸ້ງຍາກເປັນພິເສດຢູ່ແຂວງ Yen Bai. ທ່ານນາງຮອງປະທານປະເທດ Nguyen Thi Doan, ປະທານສະພາປົກປ້ອງກອງທຶນດັ່ງກ່າວໄດ້ເຂົ້າຮ່ວມ ແລະ ມອບທຶນສຶກສາໃຫ້ແກ່ນັກຮຽນເກືອບ 190 ຄົນ ທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດຢູ່ເຂດພູດອຍ, ເຂດຫ່າງໄກສອກຫລີກ. ທ່ານນາງຮອງປະທານປະເທດ Nguyen Thi Doan ຕີລາຄາສູງບັນດາຜົນງານບັນລຸໄດ້ໃນວຽກງານເບິ່ງແຍງ ແລະ ສຶກສາເດັກນ້ອຍຂອງແຂວງ Yen Bai ໃນໄລຍະຜ່ານມາ. ທ່ານນາງຮອງປະທານປະເທດ ສະເຫນີວ່າ:
“ການນຳແຂວງ Yen Bai ສືບຕໍ່ຊີ້ີ້ນຳການປະຕິບັດບາດກ້າວບຸກທະລຸໃນການພັດທະນາແຫລ່ງຊັບພະຍາກອນມະນຸດມີຄຸນນະພາບສູງ, ສຸມໃສ່ໃຫ້ແກ່ການສຶກສາບຳລຸງສ້າງ. ຂ້າພະເຈົ້າປາດຖະຫນາວ່າ ແຂວງ Yen Bai ຈະມານະພະຍາຍາມເຮັດໃຫ້ພາລະກິດແຫ່ງການສຶກສາບຳລຸງສ້າງຂອງແຂວງ Yen Bai ພັດທະນາກວ່າອີກ.”