ທ່ານນາງຮອງປະທານປະເທດ Nguyen Thi Doan ເຂົ້າຮ່ວມກອງປະຊຸມສຸດຍອດແມ່ຍິງທົ່ວໂລກ
ທ່ານນາງຮອງປະທານປະເທດຫວຽດນາມ Nguyen Thi Doan
(ພາບ:internet)
|
Vovworld- ກອງປະຊຸມສຸດຍອດແມ່ຍິງທົ່ວໂລກຄັ້ງທີ່ 22 ດ້ວຍຫົວຂໍ້ວ່າ “ ແມ່ຍິງ - ກຳລັງຊຸກຍູ້ການເຕີບໂຕ ເສດຖະກິດ ” ໄດ້ຖືກໄຂຂຶ້ນໃນຕອນຄ່ຳວັນທີ 31/5 ຢູ່ນະຄອງຫຼວງ ອາແທນ ປະເທດເກຼັກ. ມີແມ່ຍິງເກືອບ 800 ຄົນຊຶ່ງເປັນການນຳລັດ, ລັດຖະບານ ແລະ ວິສາຫະກິດທີ່ມາຈາກ 70 ປະເທດໃນໂລກໄດ້ ເຂົ້າຮ່ວມກອງປະຊຸມ. ທ່ານນາງຮອງປະທານປະເທດຫວຽດນາມ Nguyen Thi Doan ໄດ້ນຳໜ້າຄະນະຜູ້ແທນຫວຽດນາມຊຶ່ງລວມມີ 50 ຄົນ ເປັນຜູ້ຕາງໜ້າໃຫ້ແກ່ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆ ແລະ ບັນດານັກທຸລະກິດຍິງທີ່ດີເດັ່ນກໍໄດ້ເຂົ້າຮ່ວມກອງປະຊຸມ. ກ່າວຄຳເຫັນທີ່ພິທີໄຂ, ທ່ານນາງຮອງປະທານປະເທດຫວຽດນາມ Nguyen Thi Doan ໄດ້ຢືນຢັນວ່າ ແມ່ຍິງນັບມື້ນັບມີບົດບາດສຳຄັນໃນທຸກໆຂົງເຂດຂອງຊີວິດການເມືອງ, ເສດຖະກິດ, ສັງຄົມ ແລະ ຄອບຄົວ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເຕີບໂຕເສດຖະກິດໂລກ ແລະ ໃນການແກ້ໄຂບັນດາບັນຫາສຳຄັນຂອງປະເທດຊາດ ແລະ ສາກົນ. ທ່ານນາງຮອງປະທານປະເທດຫວຽດນາມ Nguyen Thi Doan ສະເໜີກອງປະຊຸມຈົ່ງເລັ່ງໃສ່ປຶກສາຫາລື ແລະ ຍົກອອກບັນດາມາດຕະການເພື່ອເສີມຂະຫຍາຍບົດບາດຂອງແມ່ຍິງໃນການພັດທະນາເສດຖະກິດ, ໃນການຕັດສິນວຽກງານສັງຄົມ, ການຮ່ວມມືສາກົນ, ແນໃສ່ມຸ່ງໄປສູ່ຈຸດໝາຍຮ່ວມ ນັ້ນແມ່ນ “ ຊຸກຍູ້ການເຕີບໂຕເສດຖະກິດ, ເພີ່ມທະວິໂອກາດໃຫ້ແກ່ແມ່ຍິງ, ສ້າງການນຳລຸ່ນໃໝ່, ນຳເຕັກໂນໂລຢີໄປສູ່ທຸກໆຄົນ ແລະ ປະກອບສ່ວນໃຫ້ແກ່ສັນຕິພາບໃນໂລກ. ທ່ານນາງຮອງປະທານປະເທດຫວຽດນາມ Nguyen Thi Doan ຍັງເນັ້ນໜັກວ່າ ດ້ວຍນະໂຍບາຍຂອງພັກ ແລະ ລັດຫວຽດນາມ ແລະ ດ້ວຍຄວາມພະຍາຍາມຂອງຕົນ, ແມ່ຍິງຫວຽດນາມໄດ້ຜ່ານຜ່າທຸກຄວາມຫຍຸ້ງຍາກບືນຕົວຂຶ້ນ ເພື່ອປະກອບສວ່ນສຳຄັນເຂົ້າໃນທຸກຂົງເຂດຄຸ້ມຄອງລັດ, ກາຍເປັນກຳລັງຊຸກຍູ້ແກ່ການພັດທະນາຂອງປະເທດຊາດ.