ທ່ານນາງຮອງປະທານ ສະພາແຫ່ງຊາດ ຕ່ອງທິຟ໋ອງ ຢ້ຽມຢາມ ແລະ ເຮັດວຽກຢູ່ ບາກລຽວ
(ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ
ມອບທຶນສຶກສາໃຫ້ອະນຸຊົນທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດ)
(vovworld) – ເນື່ອງໃນໂອກາດການຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງບາກລຽວ, ຕອນບ່າຍວັນທີ 13/12, ຄະນະປະຕິບັດງານຂອງຄະນະປະຈຳສະພາແຫ່ງຊາດຫວຽດນາມ ໂດຍທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ນຳໜ້າ, ໄດ້ໄປຢ້ຽມຢາມຫໍບູຊາປະທານໂຮ່ຈິມິນ ຢູ່ເມືອງວິງເລີຍ. ຢູ່ທີ່ນີ້, ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ໄດ້ມອບທຶນສຶກສາໃຫ້ອະນຸຊົນທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດໃນບໍລິເວນເມືອງ; ຢ້ຽມຢາມບາງຄອບຄົວນະໂຍບາຍທີ່ພວມດຳລົງຊີວິດຢູ່ນະຄອນບາກລຽວ, ທ່ານນາງ ຕ່ອງທິຟ໋ອງ ໄດ້ສະແດງຄວາມຮູ້ບຸນຄຸນອັນເລິກເຊິ່ງຕໍ່ການເສຍສະຫຼະຊີວິດ, ການອຸທິດສ່ວນຂອງບັນດານັກປະຕິວັດຜູ້ອະວຸໄສ, ຄອບຄົວນະໂຍບາຍໃນພາລະກິດຕໍ່ສູ້, ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ. ທ່ານນາງ ຕ່ອງທິຟ໋ອງ ສະເໜີໃຫ້ອຳນາດການປົກຄອງ ສືບຕໍ່ປະຕິບັດວຽກງານຕອບບຸນແທນຄຸນ, ເອົາໃຈໃສ່ເບິ່ງແຍງບັນດາຄອບຄົວເປົ້າໝາຍນະໂຍບາຍໃນໄລຍະຈະມາເຖິງເປັນຢ່າງດີກວ່າອີກ.