ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຟ້າມ​ມິນ​ຈິງ ເຂົ້າ​ຮ່ວມ​ວັນ​ບຸນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​ຢູ່​ແຂວງ​ກາວບັງ

(VOVWORLD) -ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເນັ້ນໜັກວ່າ ໃນ 19 ປີຜ່ານມາ, ເລື່ອງຈັດຕັ້ງ ວັນບຸນມະຫາສາມັກຄີທົ່ງປວງຊົນທັງຊາດ ໄດ້ກາຍເປັນມູນເຊື້ອອັນດີງາມຢູ່ເຂດຊຸມຊົນເກືອບທັງໝົດ, ໃນນັ້ນມີ ບ້ານປາກບໍ, ນ້ຳລິນ, ນ່າແລ້ງ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຟ້າມ​ມິນ​ຈິງ ເຂົ້າ​ຮ່ວມ​ວັນ​ບຸນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​ຢູ່​ແຂວງ​ກາວບັງ - ảnh 1(ພາບ:VOV)

    ເນື່ອງໃນໂອກາດສະເຫຼີມສະຫຼອງ 91 ປີແຫ່ງວັນມູນເຊື້ອແນວໂຮມປະເທດຊາດຫວຽດນາມ (18/11/1930 - 18/11/2021),  ວັນທີ 15 ພະຈິກ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ໄດ້ເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ ຢູ່ ເຂດຊຸມຊົນບ້ານປາກບໍ, ນ້ຳລິນ, ນ່າແລ້ງ, ຕາແສງເຈື່ອງຮ່າ, ເມືອງຮ່າກວາງ, ແຂວງກາວບັງ.

  ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເນັ້ນໜັກວ່າ ໃນ 19 ປີຜ່ານມາ, ເລື່ອງຈັດຕັ້ງ ວັນບຸນມະຫາສາມັກຄີທົ່ງປວງຊົນທັງຊາດ ໄດ້ກາຍເປັນມູນເຊື້ອອັນດີງາມຢູ່ເຂດຊຸມຊົນເກືອບທັງໝົດ, ໃນນັ້ນມີ ບ້ານປາກບໍ, ນ້ຳລິນ, ນ່າແລ້ງ. ທ່ານປາດຖະໜາວ່າ ປຊຊ ຈະສືບຕໍ່ເສີມຂະຫຍາຍມູນເຊື້ອການປະຕິວັດ, ສີສັນວັດທະນະທຳຂອງຊາດ, ນ້ຳໃຈສາມັກຄີເປັນຈິດໜຶ່ງໃຈດຽວ, ຕັດສິນໃຈສ້າງສາບ້ານເກີດເມືອງນອນ ໃຫ້ນັບມື້ນັບຮັ່ງມີສວຍງາມ, ສີວິໄລ.

   ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ການນຳຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ມອບຂອງຂັວນໃຫ້ ປຊຊ ເຂດຊຸມຊົນ ບ້ານປາກບໍ, ນ້ຳລິນ, ນ່າແລ້ງ; ມອບຂອງຂັວນໃຫ້ບັນດາຄອບຄົວດີເດັ່ນ, ຄອບຄົວປະສົບກັບຄວາມຫຍຸ້ງຍາກໃນບໍລິເວນ.

ຕອບກັບ

ຂ່າວ/ບົດ​ອື່ນ