ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບລັດຖະມົນຕີການຕ່າງປະເທດອິນໂດເນເຊຍ

(VOVWORLD) -ຕອນບ່າຍວັນທີ 17 ເມສາ ຢູ່ ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕ້ອນຮັບທ່ານນາງ Retno Marsudi, ລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ, ເປັນປະທານຮ່ວມກອງປະຊຸມຄັ້ງທີ 3 ຄະນະກຳມະການຮ່ວມມືສອງຝ່າຍ ຫວຽດນາມ -ອິນໂດເນເຊຍ. 

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບລັດຖະມົນຕີການຕ່າງປະເທດອິນໂດເນເຊຍ - ảnh 1 ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບທ່ານນາງລັດຖະມົນຕີການຕ່າງປະເທດອິນໂດເນເຊຍRetno Marsudi

ພາບ:chinhphu.vn

. ນະທີ່ນີ້ ທ່ານນາງລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ ສະເຫນີ ໄລຍະຈະມາເຖິງ, ການນຳຂັ້ນສູງສອງປະເທດ ສືບຕໍ່ຮັກສາການຢ້ຽມຢາມເຊິ່ງກັນ ແລະກັນ, ເປັນພື້ນຖານເພື່ອຊຸກຍູ້ການພົວພັນແລກປ່ຽນດ້ານການຄ້າລະຫວ່າງສອງປະເທດກວ່າອີກ, ບັນລຸຄາດໝາຍ 10 ຕື້ USD ໂດຍໄວ ແລະ ລັດຖະບານສອງປະເທດສ້າງເງື່ອນໄຂສະດວກໃຫ້ບັນດານັກລົງທຶນສອງປະເທດ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນຫນັກວ່າ ຫວຽດນາມ ແລະ ອິນໂດເນເຊຍ ແມ່ນບັນດາຄູ່ຮ່ວມມືດ້ານການຄ້າໃຫຍ່ຂອງກັນ ແລະ ເຊື່ອໝັ້ນວ່າ ວົງເງິນການຄ້າສອງສົ້ນສືບຕໍ່ເຕີບໂຕຢ່າງແຮງໃນໄລຍະຈະມາເຖິງ ແລະ ຈະບັນລຸລະດັບ 10 ຕື້ USD. ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ: ຫວຽດນາມ ມີຄວາມປາດຖະຫນາຢາກຮ່ວມມືກັບ ອິນໂດເນເຊຍ ໃນຫລາຍຂົງເຂດອື່ນ, ຫວຽດນາມ ພວມຍູ້ແຮງການປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ ແລະ ປາດຖະຫນາຢາກບັນດານັກລົງທຶນຕ່າງປະເທດເປີດກວ້າງການລົງທຶນຢູ່ຫວຽດນາມ, ໃນນັ້ນ ມີບັນດານັກລົງທຶນອິນໂດເນເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ