ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບລັດຖະມົນຕີສິ່ງແວດລ້ອມແຫ່ງການດຳເນີນທຸລະກິດ,ການຄ້າແລະວິສາຫະກິດຣູມານີ
(VOVWORLD) -ຕອນບ່າຍວັນທີ 23 ຕຸລາ ຢູ່ ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີກະຊວງສິ່ງແວດລ້ອມແຫ່ງການດຳເນີນທຸລະກິດ, ການຄ້າ ແລະ ວິສາຫະກິດ ຣູມານີ Stefan Radu Oprea ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບລັດຖະມົນຕີກະຊວງສິ່ງແວດລ້ອມແຫ່ງການດຳເນີນທຸລະກິດ,ການຄ້າແລະວິສາຫະກິດ ຣູມານີ |
. ທີ່ການຕ້ອນຮັບ, ທ່ານລັດຖະມົນຕີ Stefan Radu Oprea ຢືນຢັນ: ຣູມານີ ໃຫ້ຄຳໝັ້ນສັນຍາຊຸກຍູ້ການຮ່ວມມືກັບຫວຽດນາມໃນຫລາຍຂົງເຂດຊື່ງ ຣູມານີ ມີທ່າແຮງ ແລະ ຫວຽດນາມ ມີຄວາມຕ້ອງການ ແລະ ປາດຖະຫນາຢາກຮັບຄົນງານຫວຽດນາມ ໄປເຮັດວຽກຢູ່ ຣູມານີ. ທ່ານ Stefan Radu Oprea ໃຫ້ຮູ້ວ່າ: 6 ເດືອນຕົ້ນປີ 2019 ຣູມານີ ແມ່ນປະທານ ຄະນະກຳມະການເອີລົບ ແລະ ນີ້ຈະແມ່ນໂອກາດດີໃນການຊຸກຍູ້ການຮ່ວມມືລະຫວ່າງ ຫວຽດນາມ ແລະ ອີຢູ ເວົ້າລວມ ແລະ ຫວຽດນາມ ແລະ ຣູມານີ ເວົ້າສະເພາະ.
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເຫນີ ຄະນະກຳມະການລະຫວ່າງລັດຖະບານສອງປະເທດ ຄວນສົມທົບກັນ ວາງອອກບັນດາມາດຕະການລະອຽດ ເພື່ອຊຸກຍູ້ການພົວພັນລະຫວ່າງສອງປະເທດໃນທຸກຂົງເຂດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາດຖະຫນາຢາກ ອີຢູ ຊຸກຍູ້ການລົງນາມໃນສັນຍາການຄ້າເສລີ ຫວຽດນາມ - ອີຢູ ແລະ ສັນຍາອາລັກຂາການລົງທຶນໂດຍໄວ.