ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກລົງກວດກາສຸຂະອະນາໄມຄວາມປອດໄພດ້ານສະບຽງອາຫານຢູ່ນະຄອນໂຮ່ຈິມີນ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກລົງກວດກາສຸຂະອະນາໄມຄວາມປອດໄພດ້ານສະບຽງອາຫານຢູ່ນະຄອນໂຮ່ຈິມີນ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວ​ນ​ຟຸກລົງກວດ​ການ​ຮາກ​ຖານ​
ປຸງ​ແຕ່ງ​ອາ​ຫານ​ໃຫ້​ກຳ​ມະ​ກອນ
ພາບ:VTV

(vovworld)-  ຕອນ​ເຊົ້າ​ວັນ​ທີ 8/10, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວ​ນ​ຟຸກ ໄດ້​ລົງ​ກວດ​ກາ​ສຸ​ຂະ​ອະ​ນາ​ໄມ​ຄວາມ​ປອດ​ໄພ​ດ້ານ​ສະ​ບຽງ​ອາ​ຫານ​ຢູ່​ຮາກ​ຖານ​ປຸງ​ແຕ່ງ​ຄາບ​ອາ​ຫານ​ ແລະ ຮ້ານ​ອາ​ຫານ​ແຫ່ງ​ຫນຶ່ງ​ຕ​າມ​ຖະ​ຫນົນ​ຢູ່​ນະ​ຄອນ ໂຮ່​ຈິ​ມີນ. ນະ​ທີ່ນີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ຊວນ​ຟຸກ ສະ​ເຫນີ​ບັນ​ດາ​ເຈົ້າ​ຂອງ​ຮາກ​ຖານ​ຜະ​ລິດຕ້ອງ​ຮັບ​ປະ​ກັນ​ກ່ຽວ​ກັບ​ຕົ້ນ​ກຳ​ເນີດ​ຂອງ​ອຸ​ປະ​ກອນ​ປຸງ​ແຕ່າງ, ວິ​ວັດ​ການ​ຜະ​ລິດ ແລະ ກວດ​ກາ​ການ​ເຄົາ​ລົບ​ຂໍ້​ກຳ​ນົດ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ດ້ານ​ສະ​ບຽງ​ອາ​ຫານ, ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ຄຸນ​ນະ​ພາບ​ຄາບ​ອາ​ຫານ. ພ້ອມ​ກັນ​ນັ້ນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍັງ​ໃສ່​ໃຈ​ ບັນ​ດາ​ອົງ​ກາ​ນ​ທີ່​ມີ​ຫນ້າ​ທີ່​ຮັບ​ຜິດ​ຊອບ​ຢູ່​ທ້ອງ​ຖິ່ນ ຕ້ອງ​ລົງ​ກວດ​ກາ, ເລັ່ງ​ລັດ, ສຶກ​ສາ​ສະ​ຕິ​ໃຫ້​ແກ່​ຜູ້​ປຸງ​ແຕ່ງ, ຜູ້​ສະ​ຫນອງ​ອາ​ຫານ​ເປັນ​ປະ​ຈຳ ເພື່ອ​ຮັບ​ປະ​ກັນ​ສຸ​ຂະ​ອະ​ນ​າ​ໄມ​ຄວາມ​ປອດ​ໄພ​ດ້ານ​ສະ​ບຽງ​ອາ​ຫານ.


ຕອບກັບ

ຂ່າວ/ບົດ​ອື່ນ