ທ່ານນາຍົກລັດຖະມົນຕີ ຫງວຽນເຕີ໋ນຢຸງ ແລະ
ທ່ານນາງ Ruth Bader Ginsburg
(ພາບ: VGP/NhatBac)
(vovworld) - ລັດຖະບານ, ບັນດາກະຊວງ ຂະແໜງການຂອງ ຫວຽດນາມ ຈະມານາພະຍາຍາມຈົນສຸດຄວາມສາມາດຂອງຕົນ, ສົມທົບກັບຝ່າຍ ອາເມລິກາ ຢ່າງແໜ້ນແຟ້ນ ເພື່ອແນໃສ່ຜັນຂະຫຍາຍບັນດາຂໍ້ຕົກລົງ ເຊິ່ງການນຳຂັ້ນສູງ 2 ປະເທດບັນລຸໄດ້ໃນການຢ້ຽມຢາມ ອາເມລິກາ ຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນຫາງພັກກອມມູນິດ ຫວຽດນາມ ຫງວຽນຟູຈ້ອງ ຢ່າງມີປະສິດທິຜົນ. ນັ້ນແມ່ນຄຳຢືນຢັນຂອງທ່ານນາຍົກລັດຖະມົນຕີ ຫງວຽນເຕີ໋ນຢຸງ ທີ່ການຕ້ອນຮັບຜູ້ພິພາກສາສານສູງສຸດ ອາເມລິກາ ທ່ານນາງ Ruth Bader Ginsburg ໃນຕອນບ່າຍວັນທີ 10/8 ຢູ່ຮ່າໂນ້ຍ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີ໋ນຢຸງ ປາດຖະໜາວ່າ: ອົງການສານຂອງ 2 ປະເທດຈະສືບຕໍ່ຊຸກຍູ້ບັນດາການເຄື່ອນໄຫວຮ່ວມມືຢ່າງມີປະສິດທິຜົນ, ພິເສດແມ່ນແບ່ງປັນບົດຮຽນ ແລະ ຮ່ວມມືບຳລຸງສ້າງໃນຂົງເຂດຕຸລາການ, ຜ່ານນັ້ນ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນໝາກຜົນແຫ່ງການຮ່ວມມືລວມລະຫວ່າງ 2 ປະເທດໃນທຸກຂົງເຂດ.
ສ່ວນທ່ານນາງ Ruth Bader Ginsburg ກໍ່ຕີລາຄາສູງບັນດາໝາກຜົນ ຊຶ່ງ ຫວຽດນາມ ບັນລຸໄດ້ໃນວຽກງານປະຕິຮູ້ດ້ານຕຸລາການ, ກໍ່ສ້າງ ແລະ ປັບປຸງລະບົບກົດໝາຍກັບຄາດໝາຍສ້າງພື້ນຖານຕຸລາການໃຫ້ໜັ້ນຄົງເຂັ້ມແຂງ, ມີປະສິດທິຜົນ, ປະຊາທິປະໄຕ, ປອດໄສ, ຮັກສາຄວາມຍຸຕິທຳ ແລະ ສິດທິມະນຸດເປັນຢ່າງດີ.