ທ່ານນາຍົກລັດຖະມົນຕີຫງວຽນເຕີນຢູງ ແລະ ທ່ານ Amari Akira ລັດຖະມົນຕີຮັບຜິດຊອບນະໂຍບາຍເສດຖະກິດການເງິນຍີ່ປຸ່ນ
ພາບ:cpv.org.vn
|
(vovworld) - ຕອນບ່າຍວັນທີ 3/5, ທີ່ການຕ້ອນຮັບທ່ານ Amari Akira ລັດຖະມົນຕີຮັບຜິດຊອບນະໂຍບາຍເສດຖະກິດການເງິນຍີ່ປຸ່ນ ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ, ທ່ານນາຍົກລັດຖະມົນຕີຫງວຽນເຕີນຢູງ ຕີລາຄາສູງໝາກຜົນການເຈລະຈາລະຫວ່າງລັດຖະມົນຕີນະໂຍບາຍເສດຖະກິດການເງິນຍີ່ປຸ່ນ Amari Akira ແລະ ລັດຖະມົນຕີອຸດສາຫະກຳ ແລະ ການຄ້າຫວຽດນາມ ຫວູຮຸຍຮ່ວາງ ແລະ ຖືວ່າ: ການຢ້ຽມຢາມຈະປະກອບສ່ວນອັນຕັ້ງຫນ້າເຂົ້າໃນການຊຸກຍູ້ການພົວພັນຮ່ວມມືຫລາຍດ້ານລະຫວ່າງສອງປະເທດ ຫວຽດນາມ ແລະ ຍີ່ປຸ່ນ. ທ່ານນາຍົກລັດຖະມົນຕີຫງວຽນເຕີນຢູງ ສະເຫນີ ຍີ່ປຸ່ນ ເອົາໃຈໃສ່ເຖິງການຊຸກຍູ້ການລົງທຶນໂດຍກົງເຂົ້າຫວຽດນາມຫລາຍກວ່າ, ສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາຜະລິດຕະພັນສິນຄ້າຂອງຫວຽດນາມ ເຂົ້າຕະຫລາດຍີ່ປຸ່ນ, ເປັນຕົ້ນແມ່ນສິນໃນນ້ຳ, ສິນທະເລ ເພື່ອນຳວົງເງິນການຄ້າສອງຝ່າຍລະຫວ່າງສອງປະເທດບັນລຸໝາກຜົນເປັນຫນ້າຊື່ນຊົມກວ່າໃນໄລຍະຈະມາເຖິງກໍຄືສືບຕໍ່ສະຫງວນທຶນ ODA ໃຫ້ແກ່ຫວຽດນາມ. ທ່ານນາຍົກລັດຖະມົນຕີຫງວຽນເຕີນຢູງ ກໍຢືນຢັນວ່າ: ຫວຽດນາມ ສະຫນັບສະຫນູນຍີ່ປຸ່ນ ເຂົ້າຮ່ວມການເຈລະຈາສັນຍາຄູ່ຮ່ວມມືເສດຖະກິດເຂດປາຊີຟີກ (TPP), ປາດຖະຫນາຢາກສອງຝ່າຍສົມທົບກັນຢ່າງແຫນ້ນແຟ້ນໃນວິວັດການເຈລະຈາສັນຍາດັ່ງກ່າວ.