ທ່ານນາຍົກລັດຖະມົນຕີຫງວຽນເຕິ໋ນຢຸງຕ້ອນຮັບອະດີດນາຍົກລັດຖະມົນຕີ
ອີຕາລີ
(ພາບ: TTXVN)
|
(vovworld) - ຕອນບ່າຍວັນທີ 9/1, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ໄດ້ໃຫ້ການຕ້ອນຮັບອະດີດນາຍົກລັດຖະມົນຕີສາທາລະນະລັດ ອີຕາລີ Enrico Letta ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.
ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ຢືນຢັນນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອພ້ອມກັບ ອີຕາລີ ເຮັດໃຫ້ການພົວພັນຮ່ວມມືລະຫວ່າງສອງປະເທດນັບມື້ນັບເລິກເຊິ່ງ, ແທດຈິງ ແລະ ມີປະສິດທິຜົນ. ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ກໍ່ຫວັງວ່າ ອີຕາລີ ຈະສະໜັບສະໜູນເພື່ອໃຫ້ສັນຍາການຄ້າເສລີຫວຽດນາມ - ອີຢູ ໄດ້ຮັບການລົງນາມຢ່າງເປັນທາງການໂດຍໄວ, ພ້ອມທັງສະໜັບສະໜູນຫຼັກໝັ້ນ, ທັດສະນະຂອງຫວຽດນາມ ແລະ ບັນດາປະເທດອາຊຽນໃນການແກ້ໄຂບັນຫາທະເລຕາເວັນອອກ.
ແລະ ຕອນບ່າຍວັນດຽວກັນ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນສະມາຄົມມິດຕະພາບ ສເກົາຫຼີ - ຫວຽດນາມ ໂດຍທ່ານ Kim Hack-yong, ສະມາຊິກສະພາແຫ່ງຊາດ, ປະທານສະມາຄົມມິດຕະພາບ ສເກົາຫຼີ - ຫວຽດນາມເປັນຫົວໜ້າຄະນະທີ່ພວມຢ້ຽມຢາມຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ໄດ້ຕີລາຄາສູງການປະກອບສ່ວນທີ່ແທດຈິງຂອງ ສະມາຄົມມິດຕະພາບ ສເກົາຫຼີ - ຫວຽດນາມ ແລະ ຫວັງວ່າສະມາຄົມຈະສືບຕໍ່ມີການເຄື່ອນໄຫວແທດຈິງ, ມີປະສິດທິຜົນຕື່ມອີກ, ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືມິດຕະພາບລະຫວ່າງສອງປະເທດ, ໃນນັ້ນມີການເຄື່ອນໄຫວໜູນຊ່ວຍ, ຊ່ວຍເຫຼືອປະຊາຄົມຊາວຫວຽດນາມທີ່ພວມຮຳ່ຮຽນ, ທຳມາຫາກິນ ແລະ ດຳລົງຊີວິດຢູ່ ສເກົາຫຼີ.