ທ່ານນາຍົກລັດຖະມົນຕີ ຈີນຫຼີເຄີຊຽງ ຢ້ຽມຢາມລັດເຊຍ ຢ່າງເປັນທາງການ

ທ່ານນາຍົກລັດຖະມົນຕີ ຈີນຫຼີເຄີຊຽງ ຢ້ຽມຢາມລັດເຊຍ ຢ່າງເປັນທາງການ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນຫຼີ​ເຄີ​ຊຽງ
(ພາບ: TTXVN)


(vovworld) - ຕອນ​ບ່າຍ​ວັນ​ທີ 12/10, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນຫຼີ​ເຄີ​ຊຽງ ໄດ້​ໄປ​ນະ​ຄອນຫຼວງ​ມົດ​ກູ, ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ​ສະ​ຫ​ະ​ພັນ​ລັດ​ເຊຍ​ຢ່າງ​ເປັນ​ທາງ​ການ. ຕາມ​ແຜນ​ການ, ທ່ານຫຼີ​ເຄີ​ຊຽງ ຈະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ນັດ​ສາ​ມັນ​ຂັ້ນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຄັ້ງ​ທີ 19 ລະ​ຫວ່າງ 2 ປະ​ເທດ​ກັບ​ຜູ້​ຮ່ວມ​ຕຳ​ແໜ່ງ​ລັດ​ເຊຍ Dmitry Medvedev. ຄາດ​ວ່າ, 2 ຝ່າຍ​ຈະ​ລົງ​ນາມ​ຂໍ້​ຕົກ​ລົງ ແລະ ສັນ​ຍາ​​ຮ່ວມ​ມື ເກືອບ 50 ສະ​ບັບ ​ໃນ​ບັນ​ດາ​ຂົງ​ເຂດ​ພະ​ລັງ​ງານ, ​ເສັ້ນທາງ​ລົດ​ໄຟ​ຄວາມ​ໄວ​ສູງ ແລະ ການ​ເງິນ​. ການ​ຢ້ຽມ​ຢາມ​ລັດ​ເຊຍ​ເປັນ​ເວ​ລາ 3 ວັນ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີຫຼີ​ເຄີ​ຊຽງ ຈະ​ສ້າງ​ກຳ​ລັງ​​ໜູນໃໝ່​ໃນ​ການ​ພົວ​ພັນ​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ລະ​ຫວ່າງ 2 ປະ​ເທດ. ກ່ອນ​ທີ່ຈະ​ໄປລັດ​ເຊຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີຫຼີ​ເຄີ​ຊຽງ ຈະ​ຢ້ຽມ​ຢາມ​ເຢຍ​ລະ​ມັນ. ພາຍຫຼັງ​ຢ້ຽມ​ຢາມ​ລັດ​ເຊຍ​ທ່ານ​ຈະ​ໄປ​ຢ້ຽມ​ຢາມອີ​ຕາ​ລີ.

ຂ່າວ/ບົດ​ອື່ນ