ທ່ານນາຍົກລັດຖະມົນຕີ Nguyen Tan Dung ກ່າວຄຳປາໄສທີ່ ກອງປະຊຸມ ສຸດຍອດອາຊຽນ ຄັ້ງຕ່າງໆ

ທ່ານນາຍົກລັດຖະມົນຕີ Nguyen Tan Dung ກ່າວຄຳປາໄສທີ່ ກອງປະຊຸມ ສຸດຍອດອາຊຽນ ຄັ້ງຕ່າງໆ - ảnh 1

ວາລະ​ປະຊຸມ​ຄົບ​ຄະນະ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ 21

(ພາບ: baodientu.chinhphu.vn)

(VOV)-  ວັນ​ທີ 19/11, ຢູ່ກຳປູ​ເຈຍ, ທ່ານ​ນາຍົກລັດ​ຖະມົນຕີ Nguyen Tan Dung ​ໄດ້ກ່າວບັນດາ​ບົ​ດ​ດ​ປາ​ໄສສຳຄັນ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ+1 ກັບ​ຈີນ, ຍີ່ປຸ່ນ, ສ​ເກົາ​ຫຼີ, ອິນ​ເດຍ; ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ+3 ກັບ​ສາມ​ປະ​ເທດຈີນ, ຍີ່ປຸ່ນ ​ແລະ ສ​ເກົາຫຼີ ພ້ອມ​ກັບກອງ​ປະຊຸມ​ສຸດ​ຍອດ​ສະ​ເຫຼີ​ມສະຫຼອງ 15 ປີ​ແຫ່ງ​ການ​ຮ່ວມ​ມື​ອາ​ຊຽນ+3 ​ແລະ ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ-ອາ​ເມ​ລິ​ກາ. ກ່າວ​​ປາ​ໄສ​ທີ່ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ+3 ກັບ​ສາມ​ປະ​ເທດຈີນ, ຍູ່​ປຸ່ນ ​ແລະ ສ​ເກົາຫຼີ ​ທັງ​ແມ່ນ​ກອງ​ປະຊຸມ​ສຸດ​ຍອດ​ສະ​ເຫຼີ​ມສະຫຼອງ 15 ປີ​ແຫ່ງ​ການ​ຮ່ວມ​ມື​ອາ​ຊຽນ+3, ທ່ານ​ນາຍົກລັດ​ຖະມົນຕີ Nguyen Tan Dung  ​ເນັ້ນໜັກ​ວ່າ:

   “​ກອງ​ປະຊຸມ​ສຸດ​ຍອດ​ສະ​ເຫຼີ​ມສະຫຼອງ 15 ປີ​ແຫ່ງ​ການ​ຮ່ວມ​ມື​ອາ​ຊຽນ+3 ມີ​ຄວາມ​ໝາຍສຳຄັນ​ພິ​ເສດ​ຍ້ອນ​ວ່າ, ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້​ພວກ​ເຮົາຢັ້ງຢືນ​ຄືນ​ບັນດາ​ຫຼັກການ​ພື້ນຖານ, ກຳນົດ​ທິດ​​ເພື່ອໃຫ້​ການ​ຮ່ວມ​ມືອາ​ຊຽນ+3 ​ກ້າວເຂົ້າສູ່​ລວງ​ເລິກ ​ແລະ ​ແທດ​ຈິງ​ກ່ວາ. ຂ້າພະ​ເຈົ້າສະ​ເໜີ​ວ່າພວກເຮົາ​ຕ້ອງ​ສຸມ​ແຫຼ່ງກຳລັງ​ເພື່ອ​ຜັນ​ຂະຫຍາຍ​ແຜນປະຕິບັດ​ງານ​ຮ່ວມ​ມືອາ​ຊຽນ+3 ​ໄລຍະ 2007-2017 ຢ່າງ​ມີ​ປະສິດທິ​ຜົນ ​ແລ​ະ ຄົ້ນຄ້ວາ​ຜັນ​ຂະຫຍາຍ​ການ​ຊຸກ​ຍູ້​ການ​ຮ່ວມ​ມື, ມຸ້ງ​ໄປ​ເຖິງ​ການ​ສ້າງ​ປະຊາ​ຄົມ​ອາຊີຕາ​ເວັນ​ອອກ“

  ກ່າວ​ຄຳ​ເຫັນທີ່​ບັນດາ​ວາລະ​ປະຊຸມ​ສຸ​ເຍອດອາ​ຊຽນ ກັບ​ບັນດາ​ຄູ່ຮ່ວມ​ມື, ທ່ານ​ນາຍົກລັດ​ຖະມົນຕີ Nguyen Tan Dung  ສະ​ເໜີ​ໃຫ້​ບັນດາ​ຄູ່​ຮ່ວມ​ມື​ຈົ່ງສືບ​ຕໍ່​ສະໜັບສະໜູນ ​ແລະ ໜູນ​ຊ່ວຍ​ອາ​ຊຽນ, ​ຮ່ວມ​ມືກັນ​ໃນ​ການພັດທະນາອະນຸ​ພາກ​ພື້ນ​ແມ່ນ້ຳຂອງ. ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ທ່ານ​ນາຍົກລັດ​ຖະມົນຕີ Nguyen Tan Dung  ​ເນັ້ນໜັກ​ເຖິງ​ເລື່ອງ​ສະໜັບສະໜູນຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ ປະຕິບັດຖະ​ແຫຼ​ງການກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ຢ່າງ​ມີ​ປະສິດທິ​ຜົນ ​ແລະ ຄົບ​ຖ້ວນ, ຖະ​ແຫຼງການ​ກ່ຽວ​ກັບ​ຫຼັກການ 6 ຂໍ້​ຂອງ​ອາ​ຊຽນ ​ແລະ ບັນລຸ​ໄດ້​ປະມວນ​ຂໍ້​ດຳ​ນົດກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ​ໂດຍ​ໄວ.

ຂ່າວ/ບົດ​ອື່ນ