ທ່ານນາຍົກລັດຖະມົນຕີ Nguyen Tan Dung ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 21

ທ່ານນາຍົກລັດຖະມົນຕີ Nguyen Tan Dung ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 21 - ảnh 1
ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung
ພາບ: internet


(vovworld) - ວັນ​ທີ 17/11, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung  ນຳ​ຫນ້າ​ຄະນະ​ຜູ້​ແທນ ​ຫວຽດນາມ ອອກ​ເດີນທາງ​ຈາກ ຮ່າ​ໂນ້ຍ ​ໄປ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ ອາ​ຊຽນ ຄັ້ງ​ທີ 21 ​ແລະ ບັນດາ​ກອງ​ປະຊຸມ​ສຸດ​ຍອດ​ກ່ຽວຂ້ອງ ຊື່​ງ​ຖືກ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫລວງ ພະ​ນົມ​ເປັນ​ປະ​ເທດ ກຳປູ​ເຈຍ ຕາມ​ຄຳ​ເຊີນ​ຂອງ​ທ່ານ​ນາຍົກລັດຖະມົນຕີ ກຳປູ​ເຈຍ ສົມ​ເດັດ ​ເຕ​​ໂຊ ຮຸນ​ແຊນ. ​ໃນ​ໄລຍະ​ຢູ່​ນະຄອນຫລວງ ພະນົມ​ເປ​ັນ ​ແຕ່​ວັນ​ທີ 17-20/11, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ ຄັ້ງ​ທີ 21 ​ແລະ ບັນດາ​ກອງ​ປະຊຸມ​ສຸດ​ຍອດກ່ຽວຂ້ອງ ນັ້ນ​ແມ່ນ ກອງ​ປະຊຸມ​ສຸ​ດຍອດ ອາ​ຊຽນ + 3, ກອງ​ປະຊຸມ​ສຸດ​ຍອດ ອາຊີ​ຕາ​ເວ​ັນອອກ (EAS) ​ແລະ ບັນດາ​ກອງ​ປະຊຸມ​ສຸດ​ຍອດ ອາ​ຊຽນ + 1 ກັບ​ປະ​ເທດ​ຄູ່​ເຈລະຈາ ຊື່​ງລວມມີ: ຈີນ, ຍີ່​ປຸ່ນ, ສ​ເກົາຫລີ, ອີນ​ເດຍ ​ແລະ ອາ​ເມ​ລິ​ກາ). ກອງ​ປະຊຸມ​ສຸດ​ຍອດ ອາ​ຊຽນ ຄັ້ງ​ທີ 21 ​ແລະ ບັນດາ​ກອງ​ປະຊຸມ​ສຸດ​ຍອດກ່ຽວຂ້ອງ ຈະ​ສຸມ​ໃສ່​ເຂົ້າ​ໃນ​ການ​ຊຸກຍູ້​ວິວັດ​ການ​ສ້າງ​ປະຊາ​ຄົມ ອາຊຽນ ​ແລະ ​ເຊື່ອມ​ຈອດ ອາ​ຊຽນ, ຮັກສາ​ຄວາມ​ສາມັກຄີ ​ແລະ ບົດບາດ​ໃຈກາງ​ຂອງ​ ອາ​ຊຽນ ​ໃນ​ການ​ແກ້​ໄຂ​ບັນດາ​ບັນຫາ​ຂຶ້ນ​ກັບ​ຜົນ​ປະ​ໂຫຍ​ດ ​ແລະ ການ​ຮ່ວມ​ມື​ພາກ​ພື້ນ, ​ເປີດ​ກວ້າງ​ການ​ພົວພັນ​ກັບ​ບັນດາ​ປະ​ເທດ​ຄູ່​ເຈລະຈະ​ນັບ​ທັງ​ລວງ​ກວ້າງ ​ແລະ ລວງ​ເລິກ​ຕາມ​ທິດ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ​ກວ່າ.

        ດ້ວຍ​ຈິດ​ໃຈ “​ເປັນ​ເຈົ້າ​ການ, ຕັ້ງຫນ້າ ​ແລະ ມີ​ຄວາມ​ຮັບຜິດຊອບ”, ຄະນະ​ຜູ້​ແທນ ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ນີ້ ​ແນ​ໃສ່​ສືບ​ຕໍ່​ເສີມ​ຂະຫຍາຍ​ບັນດາ​ຜົນງານ​ຕັ້ງຫນ້າ​ທີ່​ບັນລຸ​ໄດ້​​ໃນ​ໄລຍະ​ຜ່ານ​ມາ, ພ້ອມ​ກັບບັນດາ​ປະ​ເທດ ອາ​ຊຽນ ປະກອບ​ສ່ວນ​ເຂົ້າ​ໃນ​ຜົນສຳ​ເລັດ​ຂອງ​ບັນດາ​ກອງ​ປະຊຸມ​ສຸດ​ຍອດ, ປັບປຸງ​ຄວາມ​ສາມັກຄີ ​ແລະ ບົດບາດ​ໃຈກາງ​ຂອງ ອາ​ຊຽນ, ປະກອບສ່ວນ​ສ້າງ ອາ​ຊຽນ ​ໃຫ້​ມີ​ຄວາມສາມັກຄີ, ​ເຂັ້ມ​ແຂງ, ປະກອບສ່ວນ​ເຂົ້າ​ໃນ​ການ​ຊຸກຍູ້​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ໝັ້ນຄົງ, ການ​ຮ່ວມ​ມື ​ແລະ ພັດທະນາ​ຢູ່​ພາກ​ພື້ນ, ຜ່ານ​ນັ້ນ ຍົກ​ສູງ​ບົດບາດ, ທີ່​ຕັ້ງ​ຂອງ ຫວຽດນາມ ​ໃນ​ເວທີ​ສາກົນ ​ແລະ ຊຸ​ກຍູ້​ການ​ພົວພັນ​ສອງ​ຝ່າຍ​ລະຫວ່າງ ຫວຽດນາມ ​ກັບ​ບັນດາ​ປະ​ເທດ​ຄູ່​ເຈລະຈາ.

 

ຂ່າວ/ບົດ​ອື່ນ