ທ່ານນາຍົກລັດຖະມົນຕີ Nguyen Tan Dung ກ່າວຄຳເຫັນທີ່ກອງປະຊຸມ
|
(vovword) - ຕອນເຊົ້າວັນທີ 4/7 ຢູ່ ສູນກອງປະຊຸມແຫ່ງຊາດ My Dinh, ນະຄອນ Ha Noi, ທ່ານນາຍົກລັດຖະມົນຕີ Nguyen Tan Dung ໄດ້ເຂົ້າຮ່ວມກອງປະຊຸມແຜນການລົງທຶນທົ່ວປະເທດ ແນະນຳການຜັນຂະຫຍາຍສ້າງແຜນການພັດທະນາເສດຖະກິດສັງຄົມປີ 2013 ແລະ ແຜນການລົງທຶນຈາກງົບປະມານແຫ່ງລັດໃນໄລຍະ 3 ປີ (2013 - 2015). ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ Nguyen Tan Dung ໃຫ້ຮູ້ວ່າ: ສະພາບການເສດຖະກິດສັງຄົມໃນ 6 ເດືອນຕົ້ນປີບັນລຸໄດ້ບັນດາໝາກຜົນຢ່າງຮອບດ້ານ, ຖືກທິດໃນບັນດາຂົງເຂດ. ທ່ານນາຍົກລັດຖະມົນຕີ Nguyen Tan Dung ຊີ້ແຈງວ່າ: ຢາກຮັກສາການເຕີບໂຕຢູ່ໃນລະດັບເໝາະສົມ 5,2 - 5,7% ຂອງທັງປີ, ຕ້ອງແກ້ໄຂຄວາມຫຍຸ້ງຍາກຢ່າງຂ້ຽວຂາດ, ພິເສດແມ່ນດ້ານທຶນຮອນ, ຕະຫລາດ ເພື່ອຊຸກຍູ້ການຜະລິດດຳເນີນທຸລະກິດ, ເປັນຕົ້ນແມ່ນການຜະລິດກະສິກຳ, ວິສາຫະກິດຂະຫນາດກາງ ແລະ ນ້ອຍ, ວິສາຫະກິດສົ່ງອອກ ແລະ ອຸດສາຫະກຳສຳຮອງຕິດພັນກັບການຍຸູ້ແຮງສົ່ງເສີມເປີດກວ້າງຕະຫລາດສົ່ງອອກ, ຫນູນຊ່ວຍກຳລັງຊື້ຂອງຕະຫລາດພາຍໃນ. ບັນດາກະຊວງ, ຂະແຫນງການ ແລະ ທ້ອງຖິ່ນຮີບເຮັ່ງປ່ອຍເງິນຢ່າງວ່ອງໄວ ແລະ ນຳໃຊ້ແຫລ່ງທຶນຈາກງົບປະມານຢ່າງມີປະສິດທິຜົນ ແລະ ຜັນຂະຫຍາຍຫນ້າທີ່ເກັບລາຍຮັບງົບປະມານຢ່າງເຂັ້ມງວດ, ບໍ່ໃຫ້ເກີດການຮົ່ວໄຫລ.
ຊາບຊືມ ເນື້ອໃນຈິດໃຈສ້າງແຜນການພັດທະນາເສດຖະກິດສັງຄົມປີ 2013 ຢ່າງຈະແຈ້ງ, ສືບຕໍ່ປັບປຸງ ຮັກສາເສດຖະກິດມະຫາພາກເປັນປົກກະຕິ ແລະ ຄວບຄຸມໄພເງິນເຟີ້, ທ່ານນາຍົກລັດຖະມົນຕີ ເນັ້ນຫນັກວ່າ: ບັນດາກະຊວງ, ຂະແຫນງການ ແລະ ທ້ອງຖິ່ນ ຕ້ອງແກ້ໄຂສະພາບການລົງທຶນແບບກະຈັດກະຈາຍ, ຮົ່ວໄຫລ, ບໍ່ມີປະສິດທິຜົນ.