ທ່ານປະທານປະເທດ ເຈີນດ້າຍກວາງຕ້ອນຮັບທ່ານນາງ Victoria Kwakwa, ຮອງປະທານທະນາຄານໂລກ
ພາບ:TTXVN
|
(vovworld)- ຕອນບ່າຍວັນທີ 18/5, ທີ່ການຕ້ອນຮັບທ່ານນາງ Victoria Kwakwa, ຮອງປະທານທະນາຄານໂລກ ຮັບຜິດຊອບພາກພື້ນ ອາຊີຕາເວັນອອກ ປາຊີຟີກ, ທ່ານປະທານປະເທດ ເຈີນດ້າຍກວາງ ສະເຫນີ ທະນາຄານໂລກ ສືບຕໍ່ເສີມຂະຫຍາຍບົດບາດປະສານງານ, ຮຽກຮ້ອງບັນດາແຫລ່ງທຶນຫນູນຊ່ວຍເພື່ອໃຫ້ຫວຽດນາມ ສຸມໃສ່ພັດທະນາພື້ນຖານໂຄງລ່າງໃຫ້ບັນດາເຂດ, ພາກ ແລະ ປາດຖະຫນາຢາກທະນາຄານໂລກສືບຕໍ່ຫນູນຊ່ວຍຫວຽດນາມໃນການພັດທະນາພື້ນຖານໂຄງລ່າງ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ສ່ວນທ່ານນາງ Victoria Kwakwa ມີຄວາມເຊື່ອໝັ້ນວ່າ ສາຍພົວພັນລະຫວ່າງ ທະນາຄານໂລກ ແລະ ຫວຽດນາມ ຈະສືບຕໍ່ພັດທະນາກວ່າອີກ, ຜ່ານຜົນສຳເລັດຂອງຫວຽດນາມ ໄດ້ພິສູດໃຫ້ເຫັນວ່າ ການຫນູນຊ່ວຍຢ່າງມີປະສິດທິຜົນນັ້ນອາດຈະແຜ່ລາມອອກສູ່ບັນດາປະເທດອື່ນ.