ທ່ານປະທານປະເທດເຈືອງເຕີນຊາງເລີ່ມຕົ້ນການຢ້ຽມຢາມກູບາຢ່າງເປັນທາງການ
ທ່ານປະທານປະເທດ ເຈືອງເຕີນຊາງ ເລີ່ມຕົ້ນການຢ້ຽມຢາມກູບາ
|
(vovworld)- ຕອນເຊົ້າວັນທີ 29/9 ຕາມເວລາ ຮ່າໂນ້ຍ, ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ເດີນທາງອອກຈາກ ນິວຢອກ ສະຫະລັດອາເມລິກາ, ສິ້ນສຸດການຢ້ຽມຢາມອາເມລິກາ ຢ່າງຈົບງາມ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ ສປຊ ກ່ຽວກັບໂຄງການດຳເນີນງານຮອດປີ 2030, ເພື່ອເດີນທາງໄປຢ້ຽມຢາມ ສ. ກູຍບາ ຢ່າງເປັນທາງການ ຕາມຄຳເຊີນຂອງປະທານສະພາແຫ່ງລັດ ແລະ ສະພາລັດຖະມົນຕີ ກູຍບາ Raul Castro.
ເມື່ອຕອບສຳພາດຕໍ່ນັກຂ່າວຂ່າວສານຫວຽດນາມ ກ່ຽວກັບການຢ້ຽມຢາມກູບາ ຂອງທ່ານປະທານປະເທດເຈືອງເຕີນຊາງ, ທ່ານ ເຢືອງມີງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ກູບາ ໄດ້ຢືນຢັນ: ຈຸດໝາຍທຳອິດຂອງການຢ້ຽມຢາມຄັ້ງນີ້ ແມ່ນສືບຕໍ່ຊຸກຍູ້ການພົວພັນແບບພິເສດ ລະຫວ່າງຫວຽດນາມ ແລະ ກູບາ ແລະ ຢືນຢັນການສະຫນັບສະຫນູນຂອງປະຊາຊົນຫວຽດນາມ ສຳລັບພາລະກິດຕໍ່ສູ້ເປັນທຳຂອງປະຊາຊົນກູບາ ກໍຄື ກິດຈະການສ້າງສາ ແລະ ປົກປັກຮັກສາປະເທດຊາດຂອງປະຊາຊົນ ກູບາ. ການຢ້ຽມຢາມກູບາຂອງທ່ານປະທານປະເທດເຈືອງເຕີນຊາງຈະຊຸກຍູ້ການພົວພັນດ້ານການເມືອງກໍຄື ສ້າງເງື່ອນໄຂເພື່ອຍູ້ແຮງການພົວພັນດ້ານເສດຖະກິດ ການຄ້າ ລະຫວ່າງສອງປະເທດ.