ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ສິ້ນສຸດການຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ.
(VOVWORLD) -ດ້ວຍ 30 ກວ່າລາຍການເຄື່ອນໄຫວ ພາຍໃນ 3 ມື້, ການຢ້ຽມຢາມທາງລັດຖະກິດ ຂອງທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ສຳເລັດລົງຢ່າງດີງາມ, ເປີດໜ້າປະຫວັດສາດໃໝ່ ໃນການພົວພັນລະຫວ່າງ ຫວຽດນາມ-ສ.ເກົາຫຼີ.
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ສິ້ນສຸດການຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ |
ຕອນເຊົ້າວັນທີ 7 ທັນວາ, ເຮືອບິນພິເສດຂອງ ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ມາຮອດສະໜາມບິນສາກົນ ໂນ້ຍບາຍ, ນະຄອງຫຼວງຮ່າໂນ້ຍ, ສິນສຸດການຢ້ຽມຢາມທາງລັດຖະກິດຢູ່ ສ.ເກົາຫຼີ ຕາມຄຳເຊີນຂອງ ທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk-yeol ຢ່າງຈົບງາມ. ນີ້ແມ່ນການຢ້ຽມຢາມ ສ.ເກົາຫຼີ ຄັ້ງທຳອິດຂອງ ທ່ານຫງວຽນຊວັນຟຸກ ໃນຕຳແໜ່ງປະມຸກລັດ ແລະ ເປັນຄັ້ງທຳອິດຂອງປະທານປະເທດ ຫວຽດນາມ ທີ່ໄປຢ້ຽມຢາມ ສ.ເກົາຫຼີ ພາຍຫຼັງ 11 ປີ. ທ່ານຫງວຽນຊວັນຟຸກ ກໍ່ແມ່ນການນຳຂັ້ນສູງຕ່າງປະເທດຜູ້ທຳອິດ ໄປຢ້ຽມຢາມ ສ.ເກົາຫຼີ ນັບແຕ່ ທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk-yeol ຂຶ້ນກຳອຳນາດໃນ ເດືອນພຶດສະພາ 2022. ເພື່ອສະແດງເຖິງຄວາມເຄົາລົບນັບຖື ຂອງ ສ.ເກົາຫຼີ ໃນການພົວພັນກັບ ຫວຽດນາມ, ບັນດາການເຄື່ອນໄຫວຕ້ອນຮັບ ທ່ານຫງວຽນຊວັນຟຸກ ໄດ້ປະຕິບັດດ້ວຍພິທີການສູງສຸດ.
ດ້ວຍ 30 ກວ່າລາຍການເຄື່ອນໄຫວ ພາຍໃນ 3 ມື້, ການຢ້ຽມຢາມທາງລັດຖະກິດ ຂອງທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ສຳເລັດລົງຢ່າງດີງາມ, ເປີດໜ້າປະຫວັດສາດໃໝ່ ໃນການພົວພັນລະຫວ່າງ ຫວຽດນາມ-ສ.ເກົາຫຼີ.